ເກົາຫຼີເໜືອໄດ້ປະນາມເກົາຫຼີໃຕ້ແລະສະຫະລັດ ທີ່ໄດ້ວາງ ແຜນໃຫ້ມີການຊ້ອມລົບ ຕໍ່ຕ້ານເຮືອດຳນໍ້າຕື່ມອີກ ໃນເຂດ ທະເລເຫຼືອງ ໂດຍເອິ້ນການຊ້ອມລົບເຫຼົ່ານີ້ວ່າເປັນການຝຶກ ຊ້ອມ ເຮັດສົງຄາມນິວເຄລຍ.
ການຊ້ອມລົບ ຕໍ່ຕ້ານເຮືອດຳນໍ້າທີ່ວ່ານີ້ ແມ່ນຈະເປັນຄັ້ງທີ 2 ນັບແຕ່ກຳປັ່ນລົບຂອງເກົາຫຼີໃຕ້ ໄດ້ຖືກຍິງຫຼົ້ມ ໃນເຂດ ທະເຫຼືອງ ໃນເດືອນມີນາຜ່ານມາ ທີ່ມີການຖິ້ມໂທດໃສ່ເກົາ ຫຼີເໜືອ ແຕ່ພຽງຢາງປະຕິເສດວ່າ ຕົນບໍ່ມີສ່ວພົວພັນ ໃດໆ ໃນເຫດຮ້າຍດັ່ງກ່າວນີ້.
ໜັງສືພິມ Rodong Sinmun ຂອງພັກຄອມມູນິສເກົາຫຼີເໜືອ ລາຍງານໃນວັນອັງຄານ ມື້ນີ້ວ່າ ການຊ້ອມລົບທີ່ວ່ານີ້ ອາດສາມາດພາໃຫ້ ເກີດສົງຄາມ ເຕັມອັດຕາໄດ້ ໂດຍອຸບັດ ຕິເຫດໃດນຶ່ງ.
ສະຫະລັດ ແລະເກົາຫຼີໃຕ້ ໄດ້ມີແຜນການ ຈະຈັດການຊ້ອມລົບຮ່ວມຂຶ້ນລະຫວ່າງວັນທີ 5 ຫາວັນທີ 9 ກັນຍາ ໃນບໍລິເວນນ່ານນໍ້າ ນອກແຄມຝັ່ງທະເລ ກໍ້າຕາເວັນຕົກຂອງເກົາຫຼີໃຕ້ ແຕ່ໄດ້ເລື່ອນເວລາອອກໄປ ຍ້ອນເກີດພາຍຸໄຕ້ຝຸ່ນ. ຍັງບໍ່ທັນມີການກຳນົດວັນເວລາ ໃນການ ຊ້ອມລົບໃໝ່ເທື່ອ.
ພຽງຢາງໄດ້ຕຳໜິຕິຕຽນເປັນປະຈຳກ່ຽວກັບການຊ້ອມລົບຂອງເກົາຫຼີໃຕ້ໂດຍເວົ້າວ່າເປັນການ ກະກຽມ ທໍາການຮຸກຮານເກົາຫຼີເໜືອ. ທາງວໍຊິງຕັນໄດ້ກ່າວຊໍ້າແລ້ວຊໍ້າອີກວ່າຕົນບໍ່ມີຄວາມ ຕັ້ງໃຈທີ່ຈະຮຸນຮານເກົາຫຼີເໜືອ.