ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງໃນແຫຼມເກົາຫຼີ


ຮູບຖ່າຍທາງອາກາດ ເຂດປອດທະຫານ ລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້
ຮູບຖ່າຍທາງອາກາດ ເຂດປອດທະຫານ ລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້

ເຈົ້າໜ້າທີ່ທະຫານຂອງເກົາຫຼີໃຕ້ກ່າວວ່າ ເກົາຫຼີເໜືອໄດ້
ຍິງປືນ 2 ລູກຂ້າມເຂດປອດທະຫານ ທີ່ມີການຍາມຮັກ
ສາການຢ່າງແໜ້ນໜາໄປໃສ່ຄ້າຍທະຫານແຫ່ງນຶ່ງຂອງ
ເກົາຫຼີໃຕ້.

ເຈົ້າໜ້າທີ່ຄົນນຶ່ງ ຂອງກະຊວງປ້ອງກັນປະເທດເກົາຫຼີໃຕ້
ກ່າວວ່າ ຝ່າຍເກົາຫຼີໃຕ້ໄດ້ຍິງຕອບໂຕ້ ໃນທັນທີ.

ເຈົ້າໜ້າທີ່ຄົນນຶ່ງ ຈາກກຳລັງສະຫະລັດໃນເກົາຫຼີໃຕ້ກ່າວ
ວ່າ ເຫດຮ້າຍດັ່ງກ່າວນີ້ເບິ່ງແລ້ວ ແມ່ນເກີດຂຶ້ນປະມານ
1 ເທື່ອຕໍ່ປີ.

ເຫດຮ້າຍດັ່ງກ່າວເກີດຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກກອງ
ທັບເກົາຫຼີເໜືອເຕືອນວ່າ ຄວາມສຳພັນລະຫວ່າງປະເທດ
ທັງສອງ ຈະປະເຊີນກັບຜົນກະທົບຢ່າງແຮງ ຖ້າເກົາຫຼີໃຕ້
ຍັງສືບຕໍ່ປະຕິເສດ ທີ່ຈະເປີດການເຈລະຈາທາງທະຫານ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ.

XS
SM
MD
LG