ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສອງເກົາຫຼີບັນລຸຂໍ້ຕົກລົງກັນ


ສອງເກົາຫຼີບັນລຸຂໍ້ຕົກລົງກັນ
ສອງເກົາຫຼີບັນລຸຂໍ້ຕົກລົງກັນ

ເກົາຫຼີເໜືອແລະເກົາຫຼີໃຕ້ໄດ້ບັນລຸການຕົກລົງທີ່ຈະຈັດໃຫ້ມີການພົບພໍ້ກັນຄືນໃໝ່ຂອງບັນດາ ຄອບຄົວທີ່ໄດ້ພັດພາກຈາກກັນ ຕັ້ງແຕ່ປາງສົງຄາມເກົາຫຼີ ເມື່ອ 60 ປີກ່ອນ.

ໂຄສົກຄົນນຶ່ງ ຂອງກະຊວງທ້ອນໂຮມຊາດເກົາຫຼີໃຕ້ ກ່າວວ່າ ການພົບພໍ້ທີ່ວ່ານີ້ ຈະມີຂຶ້ນ ລະຫວ່າງວັນທີ 30 ຕຸລາ ຫາວັນທີ 5 ພະຈິກ ທີ່ສູນກາງພົບພໍ້ແຫ່ງນຶ່ງ ແລະໂຮງແຮມ ຢູ່ທີ່ພູ Kumgang ບ່ອນຕາກອາກາດ ໃນເກົາຫຼີເໜືອ.

ການຕົກລົງດັ່ງກ່າວ ໄດ້ບັນລຸກັນ ໃນວັນສຸກມື້ນີ້ ໃນລະຫວ່າງການເຈລະຈາ ທີ່ເມືອງ Kae song ຫົວເມືອງຊາຍແດນຂອງເກົາຫຼີເໜືອ. ການເຈລະຈາ 2 ຮອບກ່ອນໃນເດືອນແລ້ວນີ້ ບໍ່ສາມາດບັນລຸການຕົກລົງກັນໄດ້ ກ່ຽວກັບບ່ອນ ທີ່ຈະຈັດໃຫ້ມີການພົບພໍ້.

ການເຈລະຈາສອງຮອບກ່ອນ ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ຍ້ອນເກົາຫຼີເໜືອ ທວງໃຫ້ເກົາ ຫຼີໃຕ້ທຳການອະນຸຍາດຄືນໃໝ່ ໃຫ້ພວກນັກທ່ອງທ່ຽວ ເດີນທາງໄປພັກຜ່ອນຢູ່ທີ່ພູ Kum gang ຊຶ່ງໄດ້ນຳເງິນຕາຕ່າງປະເທດ ມາໃຫ້ອຳນາດການປົກຄອງ ຂອງເກົາຫຼີເໜືອ ທີ່ພວມ ຕ້ອງການເປັນທີ່ສຸດນັ້ນ.

ການເດີນທາງໄປພັກຜ່ອນ ທີ່ພູ Kumgang ໄດ້ຖືກສັ່ງໃຫ້ໂຈະ ຫຼັງຈາກແມ່ຍິງ ເກົາຫຼີໃຕ້ ຄົນນຶ່ງ ຖືກຍິງຕາຍ ໂດຍທະຫານຍາມ ເກົາຫຼີເໜືອ ໃນປີ 2008 ເວລານາງໄດ້ເຂົ້າໄປໃນ ເຂດຫວງຫ້າມ ທາງທະຫານ ຂອງເກົາຫຼີເໜືອ.

XS
SM
MD
LG