ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ຈະດໍາເນີນການຕາມ ແຜນການຊ້ອມລົບໃຊ້ກະສຸນແທ້


ທະຫານມາຣີນຂອງເກົາຫຼີໃຕ້
ທະຫານມາຣີນຂອງເກົາຫຼີໃຕ້

ເຈົ້າໜ້າທີ່ກອງທັບຂອງເກົາຫຼີໃຕ້ກ່າວວ່າ ຕົນຈະດຳເນີນການຕາມແຜນທີ່ໄດ້ວາງໄວ້ກ່ຽວກັບ
ການຊ້ອມລົບໃຊ້ລູກປືນຫຼືກະສຸນແທ້ ເທິງເກາະດອນແຫ່ງນຶ່ງທີ່ເກົາຫຼີເໜືອໄດ້ຍິງປືນໃຫຍ່ໃສ່
ໃນເດືອນແລ້ວນີ້ ທັງໆທີ່ໄດ້ຮັບການຂົ່ມຂູ່ຈາກພຽງຢາງ.

ເຈົ້າໜ້າທີ່ທ່ານນຶ່ງ ຈາກຄະນະເສນາທິການຮ່ວມຂອງເກົາຫຼີໃຕ້ກ່າວໃນວັນເສົາມື້ນີ້ວ່າກອງ
ທັບຂອງເກົາຫຼີໃຕ້ພ້ອມແລ້ວທີ່ຈະຕ້ອບໂຕ້ຕໍ່ການທ້າທາຍເກາະຜິດໃດໆກໍຕາມທີ່ອາດມີຂຶ້ນ.
ທ່ານກ່າວຕື່ມວ່າ ການຊ້ອມລົບຈະບໍ່ມີຂຶ້ນໃນວັນເສົາມື້ນີ້ ຍ້ອນສະພາບດິນຟ້າອາກາດບໍ່ດີ
ແຕ່ກໍເວົ້າວ່າ ມັນຈະມີຂຶ້ນພາຍໃນວັນອັງຄານຈະມາ.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ໄດ້ອ້າງຄຳເວົ້າຂອງກອງທັບເກົາຫຼີເໜືອທີ່
ກ່າວໃນມື້ວັນສຸກວານນີ້ວ່າ ຖ້າການຊ້ອມລົບຂອງເກົາຫຼີໃຕ້ ຫາກມີຂຶ້ນຈິງ ຄວາມເຂັ້ມຂຸ້ນ
ແລະລັດສະໝີກ່ຽວກັບປະສິດທິພາບໃນການຍິງຂອງຕົນແມ່ນຈະຮ້າຍແຮງກວ່າການລະດົມ
ຍິງໃສ່ເກາະ Yeonpyeong ໃນເດືອນແລ້ວ. ມີຜູ້ເສຍຊີວິດ 4 ຄົນ ໃນການຍິງປືນໃຫຍ່
ຂອງເກົາຫຼີເໜືອໂຈມຕີເກາະດັ່ງກ່າວ.

XS
SM
MD
LG