ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງໃນແຫຼມເກົາຫຼີ


ທະຫານມາຣີນຂອງເກົາຫຼີໃຕ້ ທີ່ເກາະ Yeonpyeong (17 ທັນວາ 2010)
ທະຫານມາຣີນຂອງເກົາຫຼີໃຕ້ ທີ່ເກາະ Yeonpyeong (17 ທັນວາ 2010)

ເກົາຫຼີເໜືອຂູ່ວ່າ ຈະທຳການຕອບໂຕ້ຖ້າເກົາຫຼີໃຕ້ຫາກຍັງ
ດຳເນີນການ ຕາມແຜນການຊ້ອມລົບໃຊ້ລູກປືນແທ້ ຈາກ
ເກາະທີ່ຕັ້ງຢູ່ໃນເຂດແນວໜ້າທີ່ເກົາຫຼີເໜືອໄດ້ລະດົມຍິງປືນ
ໃຫຍ່ໃສ່ ໃນເດືອນແລ້ວນີ້.

ກອງທັບເກົາຫຼີເໜືອ ກ່າວໃນຖະແຫຼງການສະບັບນຶ່ງ ທີ່
ພິມເຜີຍແຜ່ໂດຍ ອົງການຂ່າວສູນກາງຂອງທາງການເກົາ
ຫຼີເໜືອ ໃນວັນສຸກມື້ນີ້ວ່າ ຄວາມເຂັ້ມຂຸ້ນ ແລະລັດສະໝີ
ຂອງປະສິດທິພາບໃນການຍິງ ແມ່ນຈະຮ້າຍແຮງກວ່າໃນ
ວັນທີ 23 ພະຈິກ ເວລາເກົາຫຼີເໜືອຍິງປືນໃຫຍ່ໃສ່ເກາະ
Yeongpyeong ທີ່ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນນັ້ນ.

ເກົາຫຼີໃຕ້ປະກາດໃນວັນພະຫັດວານນີ້ວ່າ ຕົນຈະທຳການຊ້ອມລົບທີ່ໃຊ້ລູກປືນແທ້ ເປັນ
ເວລານຶ່ງມື້ທີ່ເກາະ Yeongpyeong ລະຫວ່າງວັນເສົາຫາວັນອັງຄານຈະມາ ຂຶ້ນຢູ່ນຳ
ສະພາບດິນຟ້າອາກາດ.

XS
SM
MD
LG