ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອຍອມຮັບວ່າ ໄດ້ຢຶດເຮືອເກົາຫຼີໃຕ້


ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ

ເກົາຫຼີເໜືອໃຫ້ການຢືນຢັນວ່າ ຕົນໄດ້ຢຶດເຮືອປະມົງຂອງເກົາ ຫຼີໃຕ້ລຳນຶ່ງ ເມື່ອນຶ່ງອາທິດ ກວ່າໆມາແລ້ວ ຍ້ອນໄດ້ຂ້າມເຂົ້າໄປ ໃນເຂດເສດຖະກິດພິເສດຂອງຕົນ.

ສື່ມວນຊົນ ຂອງທາງການເກົາຫຼີເໜືອ ລາຍງານໃນວັນພະຫັດມື້ນີ້ວ່າ ເຈົ້າໜ້າທີ່ພວມທຳ ການສືບສວນ ກ່ຽວກັບ ການຈັບເຮືອລຳດັ່ງກ່າວນີ້ຢູ່. ລາຍງານເວົ້າວ່າ ເຮືອ Daeseung 55 ມີລູກເຮືອ 7 ຄົນ ເປັນຊາວເກົາຫຼີໃຕ້ 4 ຄົນ ແລະເປັນຊາວຈີນ 3 ຄົນ.

ສັບປະດາແລ້ວນີ້ ເກົາຫຼີໃຕ້ໄດ້ສົ່ງຂ່າວໄປຍັງພຽງຢາງ ຮຽກຮ້ອງໃຫ້ເກົາຫຼີເໜືອ ປ່ອຍເຮືອ ລຳດັ່ງກ່າວ ແລະຊາວປະມົງທັງ 7 ໃນທັນທີ ອີງຕາມກົດໝາຍ ແລະປະເພນີຂອງນາໆ ຊາດທີ່ເຄີຍປະຕິບັດກັນມາ ແລະຕາມພື້ນຖານ ທາງດ້ານມະນຸດສະທຳ.

ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ເຮືອຫາປາລຳນີ້ ໄດ້ຖືກຈັບ ໃນວັນທີ 8 ສິງຫາຜ່ານມາ ຢູ່ໃນ ບໍລິເວນທາງກໍ້າຕາເວັນອອກ ຂອງແຫຼມເກົາຫຼີ.

XS
SM
MD
LG