ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ປະຕິເສດ ຂ່າວການເຈລະຈາກັບເກົາຫລີເໜືອ


ລັດຖະບານເກົາຫຼີໃຕ້ ໄດ້ປະຕິເສດ ຕໍ່ລາຍງານຂ່າວ ຂອງໜັງສືພິມສະບັບນຶ່ງທີ່ວ່າ ເກົາຫຼີໃຕ້ ໄດ້ເຈລະຈາຫາລື ກັບເກົາຫຼີເໜືອ ກ່ຽວກັບຄວາມເປັນໄປໄດ້ ໃນການຈັດການ ພົບປະສຸດຍອດ ລະຫວ່າງປະເທດທັງສອງ.

ໂຄສົກຂອງ ກະຊວງທ້ອນໂຮມຊາດ ເກົາຫຼີໃຕ້ ທ່ານນາງ Lee Jong Joo ກ່າວຕໍ່ພວກນັກຂ່າວ ໃນວັນພຸດມື້ນີ້ວ່າ ລາຍງານຂອງ ໜັງສືພິມເກົາຫຼີໃຕ້ Dong-A-Ilbo ນັ້ນ ເປັນລາຍງານຂ່າວ ທີ່ບໍ່ມີມູນຄວາມຈິງ ແລະບໍ່ໄດ້ມີການ ເຈລະຈາຫາລືໃດໆ ກັບເກົາຫຼີເໜືອ ໃນລະດັບລັດຖະບານ.

ໜັງສືພິມ Dong-A-Ilbo ລາຍງານວ່າ ຜູ້ຕາງໜ້າຂອງທັງສອງຝ່າຍ ໄດ້ສົນທະນາ ຫາລືກັນ ຫຼາຍໆຄັ້ງ ກ່ຽວກັບຄວາມເປັນໄປໄດ້ ໃນການທີ່ຈະຈັດການພົບປະສຸດຍອດຂຶ້ນ ພາຍໃນທ້າຍປີນີ້. ໜັງສືພິມ ຂອງເກົາຫຼີໃຕ້ ສະບັບນີ້ເວົ້າວ່າ ຕົນໄດ້ຮັບຂ່າວນີ້ ຈາກແຫຼ່ງ ຂ່າວນຶ່ງໃນວົງການລັດຖະບານ ທີ່ແຈ້ງວ່າ ຄະນະເຈລະຈາຂອງເກົາຫຼີໃຕ້ ໃຫ້ຄຳໝັ້ນສັນ ຍາ ທີ່ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ລະຫວ່າງສອງເກົາຫຼີ ແລະໃຫ້ການຊ່ອຍ ເຫຼືອ ທາງດ້ານເສດຖະກິດ ແກ່ພຽງຢາງ ​ໃນລະຫວ່າງການສົນທະນາຫາລືກັນຄັ້ງນຶ່ງ ໃນ ຫຼາຍໆຄັ້ງນັ້ນ.

ແຕ່ອີງຕາມໜັງສືພິມ Dong-A-Ilbo ແລ້ວ ເຈົ້າໜ້າທີ່ເກົາຫຼີໃຕ້ຄົນນຶ່ງ ໄດ້ເດີນທາງ ໄປຍັງເມືອງ Kaesong ຫົວເມືອງຊາຍແດນຂອງເກົາຫຼີເໜືອ ແລະແຈ້ງໃຫ້ເຈົ້າໜ້າທີ່ ເກົາຫຼີເໜືອຊາບວ່າ ກອງປະຊຸມສຸດຍອດ ຈະບໍ່ມີຂຶ້ນ ຍ້ອນວ່າມີຫຼາຍສິ່ງຫຼາຍຢ່າງໄດ້ ປ່ຽນແປງ​ໄປ.

XS
SM
MD
LG