ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄວາມເຄັ່ງຕຶງ ໃນແຫລມ ເກົາຫລີ


ບ່ອນຕາກອາກາດ ຢູ່ພູ KUMGANG ໃນເກົາຫລີເໜືອ
ບ່ອນຕາກອາກາດ ຢູ່ພູ KUMGANG ໃນເກົາຫລີເໜືອ

ເກົາຫລີເໜືອ ໄດ້ສັ່ງໃຫ້ ພະນັກງານ ທີ່ເປັນຄົນເກົາຫລີໃຕ້ ແລະຄົນຈີນ 60 ກວ່າຄົນ ອອກໄປຈາກ ເຂດຕາກອາກາດ ໃກ້ຊາຍແດນ ເທິງພູແຫ່ງນຶ່ງ ຂອງເກົາຫລີເໜືອ ຊຶ່ງຄັ້ງນຶ່ງ ເຄີຍບໍລິຫານງານ ໂດຍເກົາຫລີໃຕ້ ທີ່ເປັນຄູ່ ປໍລະປັກນັ້ນ. ໂຄສົກຄົນນຶ່ງ ຂອງກະຊວງທ້ອນໂຮມຊາດ ເກົາຫລີໃຕ້ ກ່າວວ່າ ພຽງຢາງ ໄດ້ສັ່ງໃຫ້ ຊາວເກົາຫລີໃຕ້ ແລະຊາວຈີນ ເຊື້ອສາຍເກົາຫລີ ອອກໄປຈາກ ເຂດຕາກອາກາດ ທີ່ພູ KUMGANG ພາຍໃນວັນຈັນ ຈະມານີ້. ໂຄສົກເວົ້າວ່າ ມີພະນັກງານ ຢ່າງນ້ອຍ 16 ຄົນ ຍັງໄດ້ຮັບອະນຸຍາດ ໃຫ້ຢູ່ທີ່ ບ່ອນຕາກອາກາດ ດັ່ງກ່າວ ຕໍ່ໄປໄດ້. ການປະກາດ ຂັບໄລ່ທີ່ວ່ານີ້ ມີຂຶ້ນນຶ່ງອາທິດ ຫລັງຈາກ ເກົາຫລີເໜືອ ໄດ້ຢຶດເອົາ ຕຶກອາຄານ ທີ່ເປັນຂອງ ເກົາຫລີໃຕ້ 5 ຫລັງ ຢູ່ທີ່ ບ່ອນຕາກອາກາດ ເທິງພູດັ່ງກ່າວ. ທັງສອງຝ່າຍ ໄດ້ເປັນຜູ້ໃຫ້ ຄວາມອຸບປະຖຳ ຕໍ່ການທ່ອງທ່ຽວ ໄປຍັງ ບ່ອນຕາກອາກາດ ເທິງພູ ທີ່ຕັ້ງຢູ່ ໃນເກົາຫລີເໜືອ ແຫ່ງນີ້ ມາຈົນຮອດປີ 2008 ເວລາ ນັກທ່ອງທ່ຽວແມ່ຍິງ ເກົາຫລີໃຕ້ຄົນນຶ່ງ ຖືກຍິງຕາຍ ໂດຍທະຫານຍາມ ເກົາຫຼີເໜືອ ຫຼັງຈາກນາງ ໄດ້ເດີນເຂົ້າໄປ ໃນຫາດຊາຍ ທີ່ເປັນເຂດ ຫວງຫ້າມແຫ່ງນຶ່ງ ທີ່ຍາມໂດຍ ທະຫານ ເກົາຫລີເໜືອນັ້ນ.

XS
SM
MD
LG