ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ລະຫວ່າງ ເກົາຫລີ


ບ່ອນຕາກອາກາດ ທີ່ພູ kumgang ໃນເກົາຫລີເໜືອ
ບ່ອນຕາກອາກາດ ທີ່ພູ kumgang ໃນເກົາຫລີເໜືອ

ເກົາຫລີເໜືອ ກ່າວວ່າ ຕົນໄດ້ຢຶດ ອາຄານ 5 ຫລັງ ທີ່ເກົາຫລີໃຕ້ ເປັນເຈົ້າຂອງ ຢູ່ບ່ອນຕາກອາກາດ ເທິງພູແຫ່ງນຶ່ງ ທີ່ຕົນໄດ້ ບໍລິຫານງານ ຮ່ວມກັບເກົາຫລີໃຕ້ ທີ່ເປັນຄູ່ປໍລະປັກນັ້ນ. ຊັບສິນ ທີ່ອຳນາດ ການປົກຄອງ ເກົາຫລີເໜືອ ເວົ້າວ່າ ຕົນຈະຢຶດເອົາ ຢູ່ທີ່ບ່ອນຕາກອາກາດ ເທິງພູ KUMGANG ນີ້ ແມ່ນຮວມທັງ ສູນກາງພົບປະ ຂອງຄອບຄົວ ພັດພາກຈາກກັນ ຮ້ານປອດພາສີ ແລະສະຖານີດັບໄຟ. ເກົາຫລີໃຕ້ ເປັນຜູ້ອຸບປະຖຳ ໃນການເດີນທາງ ໄປທ່ອງທ່ຽວ ຢູ່ບ່ອນຕາກອາກາດ ໃນເກົາຫລີເໜືອ ດັ່ງກ່າວ ມາຈົນຮອດປີ 2008 ເວລານັກທ່ອງທ່ຽວ ແມ່ຍິງເກົາຫລີໃຕ້ຄົນນຶ່ງ ຖືກຍິງຕາຍ ໂດຍທະຫານ ເກົາຫລີເໜືອ. ແມ່ຍິງຄົນນີ້ ໄດ້ຍ່າງເຂົ້າໄປ ໃນບໍລິເວນຫາດຊາຍ ທີ່ເປັນເຂດຫວງຫ້າມ ຊຶ່ງໄດ້ມີການຍາມ ໂດຍທະຫານ ເກົາຫລີເໜືອ ໃກ້ໆກັບບ່ອນ ຕາກອາກາດນັ້ນ. ການທ່ອງທ່ຽວ ແມ່ນແຫລ່ງທີ່ມາ ອັນສຳຄັນ ຂອງເງິນຕາ ຕ່າງປະເທດ ສຳລັບເກົາຫລີເໜືອ ຊຶ່ງເປັນປະເທດ ທີ່ທຸກຍາກນັ້ນ. ຊັບສິນ ທີ່ຖືກຢຶດເຫລົ່ານີ້ ຈະຢູ່ພາຍໃຕ້ ການຄວບຄຸມ ຂອງທາງການ ເກົາຫລີເໜືອ ຫລືບໍ່ກໍມອບໃຫ້ ທຸລະກິດໃໝ່ ທີ່ເປັນຮຸ້ນສ່ວນ. ພຽງຢາງກ່າວວ່າ ຕົນຈະຢຶດເອົາ ຊັບສິນອື່ນໆ ທີ່ເກົາຫລີໃຕ້ ເປັນເຈົ້າຂອງຕື່ມອີກ ຢູ່ບ່ອນຕາກອາກາດ ພູ KUMGANG ແລະເນລະເທດ ພວກຜູ້ຈັດການ ຊັບສິນເຫລົ່ານີ້ ທັງໝົດ.

XS
SM
MD
LG