ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີ​ໃຕ້​​ຂໍ​ຮ້ອງ​​ໃຫ້ມີການ ​ຕອບ​​ໂຕ້​ຕໍ່ເກົາຫຼີເຫນືອ



ເກົາຫຼີ​ໃຕ້ໄດ້​ຂໍ​ຮ້ອງໃຫ້ມີການ​ຕອບໂຕ້​ຢ່າງ​ເຂ້​ມງວດຕໍ່ການ​ຈົມກຳ​ປັ່ນ​ລົບ​ ລຳ​ນຶ່ງ​ຂອງ​ຕົນ
ທີ່​ພາ​ໃຫ້​ມີທະຫານ​ເສຍ​ຊີວິດຫລາຍ​ຄົນນັ້ນ ຊຶ່ງ​ການ​ສືບ​ສວນ​ຂອງນາໆ​ຊາດ​ໄດ້​ເຊື່​ອມ​
ໂຍງ​ໃສ່​ເກົາຫຼີ​ເຫ​ນືອວ່າ​ ເປັນ​ຜູ້​ກະທຳ​ນັ້ນ.

ປະທາ​ນາທີ​ບໍດີ​ເກົາຫຼີ​ໃຕ້ ທ່ານ Lee Myung-bak ໄດ້​ຖະ​ແຫຼ​ງຕໍ່​ປະຊາ​ຊົນ​ທາງ​ໂທ
ລະພາບ​ໃນ​ວັນ​ຈັນ​ມື້​ນີ້ວ່າການ​ໂຈມ​ຕີ​ອີກ​ຄັ້ງນຶ່ງ​ອາດ​ເກີດ​ຂຶ້ນ​ອີກ​ໄດ້​ທຸກ​ເມື່ອ ຖ້າ​ຫາກ​
ເກົາຫຼີ​ໃຕ້​ແລະ​ປະຊາ​ຄົມນາໆ​ຊາດ ​ບໍ່​ຕອບ​ໂຕ້​ຕໍ່​ເຫດການຄັ້ງ​ນີ້.

ເກົາຫຼີເຫນືອ​ໄດ້​ປະຕິ​ເສດ​ວ່າ​ ຕົນ​ບໍ່​ໄດ້​ມີ​ສ່ວນ​ພົວພັນ​ນຳການ​ຫຼົ້ມ​ຂອງກຳ​ປັ່ນ​ລົບ​ເກົາຫຼີ
ໃຕ້​ຄັ້ງ​ນີ້ ​ແລະໄດ້​ກ່າວວ່າ ກາ​ນຕອບ​ໂຕ້​ຄືນແນວ​ໃດ​ກໍ​ຕາມ ​ຈະ​ນຳ​ໄປ​ສູ່​ສົງຄາມ​.

ທັງ​ສອງ​ເກົາຫຼີ​ ມີ​ກຳໜົດຈະຖະ​ແຫຼ​ງຕໍ່ສະພາຄວາມ​ຫມັ້ນຄົງ​ຂອງອົງການ​ສະຫະ​ປະຊາ
ຊາດ ໃນ​ວັນ​ຈັນ​ມື້​ນີ້​ ເພື່ອເວົ້າ​ກ່ຽວ​ກັບການຫຼົ້ມຂອງກຳ​ປັ່ນ​ລົບ​ທີ່​ພາ​ໃຫ້ ມີທະຫານ​ເສຍ
ຊີວິດ​ເຖິງ 46 ຄົນ​ນັ້ນ.

ທ່ານ Lee ຍັງໄດ້ກ່າວ​ອີກ​ວ່າ​ ທ່ານ​ຈະນຳ​ເອົາ​ນາຍ​ທະຫານຂອງ​ທ່ານບາງ​ຄົນ ມາ​ຮັບ
ຜິດ​ຊອບ​ຕໍ່ເຫດການ​ດັ່ງກ່າ​ວນີ້​ດ້ວຍ ຊຶ່ງ​ຄຳ​ຖະ​ແຫຼ​ງຂອງ​ທ່ານ ​ໄດ້​ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ
ປະ​ທານ​ເສນາ​ທິການຮວ່ມ​ຂອງ​ກອງທັບ​ເກົາຫລີ​ໃຕ້ ທ່ານLee Sang-eui ​ໄດ້​ສະ​ເນີ​ທີ່
ຈະລາ​ອອກ​ຈາກ​ຕຳ​ແຫນ່​ງ.

XS
SM
MD
LG