ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີໃຕ້ຮ້ອງຂໍຕໍ່ ສປຊ ໃຫ້ລົງໂທດພຽງຢາງ


ກ່ຳປັນລົບຂອງເກົາຫຼີໃຕ້ ລາດຕະເວນ
ກ່ຳປັນລົບຂອງເກົາຫຼີໃຕ້ ລາດຕະເວນ

ເກົາຫຼີເໜືອກ່າວວ່າ ຕົນໄດ້ເຕືອນສະພາຄວາມໝັ້ນຄົງ
ຂອງອົງການສະ ຫະປະຊາຊາດ ບໍ່ໃຫ້ທຳການອະພິປາຍ
ກ່ຽວກັບກຳປັ່ນລົບຂອງເກົາຫຼີໃຕ້ ທີ່ ຈົມນ້ຳ ທີ່ທາງກຸງໂຊລ
ຖິ້ມໂທດໃສ່ພຽງຢາງນັ້ນ.

ອົງການຂ່າວຂອງທາງການເກົາຫຼີເໜືອ ລາຍງານວ່າ
ເອກອັກຄະລັດຖະ ທູດຂອງຕົນປະຈຳອົງການສະຫະ
ປະຊາຊາດ ທ່ານ SIN SON HO ໄດ້ຂຽນ ຈົດໝາຍ
ສະບັບນຶ່ງ ໄປຍັງປະທານສະພາຄວາມໝັ້ນຄົງເວົ້າວ່າ
ການອະພິປາຍ ໃນອັນທີ່ເອີ້ນວ່າ ການສືບສວນທີ່ຈອມປອມ
ຂອງເກົາຫຼີໃຕ້ ກ່ຽວກັບການຈົມນ້ຳຂອງກຳປັ່ນລົບລຳນັ້ນ
ຈະມີຜົນຕິດຕາມມາຢ່າງຮ້າຍແຮງ ຕໍ່ສັນຕິພາບຢູ່ໃນ ແຫຼມເກົາຫຼີ.

ເກົາຫຼີໃຕ້ໄດ້ຮ້ອງຂໍຢ່າງເປັນທາງການ ຕໍ່ສະພາຄວາມໝັ້ນຄົງອົງການສະ ຫະປະຊາຊາດ
ໃນສັບປະດາແລ້ວ ເພື່ອໃຫ້ລົງໂທດພຽງຢາງໃນການຍິງລູກລະ ເບີດຕໍປີໂດໂຈມຕີ
ກຳປັ່ນລົບ CHEONAN ໃນເດືອນມີນາຜ່ານມາ ທີ່ເປັນເຫດ ໃຫ້ທະຫານເຮືອເກົາຫຼີໃຕ້
46 ຄົນເສຍຊີວິດນັ້ນ. ຄະນະສືບສວນນາໆຊາດໄດ້ ຖິ້ມໂທດການໂຈມຕີໃນຄັ້ງນັ້ນ
ໃສ່ເຮືອດຳນໍ້າຂອງເກົາຫຼີເໜືອ.

ຈົດໝາຍຂອງ ທ່ານ SIN ໄດ້ກ່າວຢໍ້າ ເຖິງການປະຕິເສດຂອງເກົາຫຼີ ເໜືອ ຕໍ່ການ
ກ່າວຫາດັ່ງກ່າວ.

ໃນອີກດ້ານນຶ່ງນັ້ນ ສື່ມວນຊົນຂອງເກົາຫຼີໃຕ້ ລາຍງານວ່າ ເຈົ້າໜ້າທີ່ໄດ້ ຈັບນາຍພົນ
2 ດາວທະຫານບົກຄົນນຶ່ງ ທີ່ສົງໄສວ່າໄດ້ບອກຄວາມລັບທາງ​ທະ ຫານ ໃຫ້ກັບເພື່ອນ
ຄົນ​ນຶ່ງ ທີ່ຄະນະໄອຍະການຢ້ານວ່າ ອາດມອບໃຫ້ເກົາຫຼີ ເໜືອໄປແລ້ວ. ລາຍງານ
ເວົ້າວ່າ ນາຍພົນຄົນ​ນີ້ ຊື່ມີນາມສະກຸນວ່າກິມ ຖືກ ກ່າວຫາວ່າ ໄດ້ບອກລາຍລະອຽດ
ກ່ຽວກັບ​ແຜນປະຕິບັດການ ທີ່ສະຫະລັດກັບ ເກົາຫຼີໃຕ້ ຈະດຳ​ເນີນຮ່ວມ​ກັນ ໃນກໍລະນີ
ທີ່ເກີດສົງຄາມ ລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້.

XS
SM
MD
LG