ເກົາຫລີໃຕ້ກ່າວວ່າ ຕົນປະຕິເສດຕໍ່ຄໍາຮ້ອງຂໍຂອງຝ່າຍເກົາຫລີເໜືອທີ່ ຢາກໃຫ້ຍ້າຍວັນເວລາໃນການພົບປະເຈລະຈາຂັ້ນຕົ້ນລະຫວ່າງຝ່າຍທະຫານຂອງສອງປະເທດ ໄວຂຶ້ນນັ້ນ.
ບັນດາເຈົ້າໜ້າທີ່ກ່າວໃນວັນຈັນມື້ນີ້ວ່າ ທາງກຸງພຽງຢ້າງໄດ້ຂໍຮ້ອງໃຫ້ ຈັດການພົບປະເຈລະຈາຂັ້ນຕຽມການທີ່ໝູ່ບ້ານ Panmunjom ນັ້ນ ຂຶ້ນໃນວັນອັງຄານມື້ອື່ນນີ້ ຊຶ່ງແມ່ນ 10 ມື້ໄວກວ່າກໍານົດທີ່ໄດ້ວາງໄວ້ກ່ອນແລ້ວນັ້ນ. ພວກເຈົ້າໜ້າທີ່ເວົ້າວ່າ ການຍ້າຍມື້ພົບ
ປະຂຶ້ນມາ ຈະບໍ່ໃຫ້ເວລາພຽງພໍເພື່ອກະກຽມສໍາລັບການເຈລະຈາກັນເຊິ່ງໜ້າຄັ້ງທໍາອິດ ນັບແຕ່ເກົາຫລີເໜືອໄດ້ຍິງປືນໃຫຍ່ໂຈມຕີເກາະນ້ອຍແຫ່ງນຶ່ງຂອງເກົາຫລີໃຕ້ ເມື່ອວັນທີ 23 ພະຈິກຜ່ານມານັ້ນ.
ບໍ່ເປັນຈະແຈ້ງວ່າ ເປັນຫຍັງເກົາຫລີເໜືອຈຶ່ງຢາກປ່ຽນເວລາການພົບປະກັນນັ້ນໄວຂຶ້ນ ແຕ່ບັນດານັກວິເຄາະກ່າວວ່າ ມັນອາດຈະມີສ່ວນພົວພັນກັບວັນຄ້າຍວັນເກີດຂອງທ່ານກິມຈົງອີລ ຜູ້ນໍາເກົາຫລີເໜືອໃນວັນທີ 16 ກຸມພາ ເດືອນໜ້ານີ້.