ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ເກົາຫລີໃຕ້ກ່າວວ່າ ເກົາຫລີເໜືອຈະຕ້ອງ ຮັບໃຊ້ໂທດກໍາ ຖ້າທໍາການໂຈມຕີຕື່ມອີກ


ທະຫານເຮືອເກົາຫລີໃຕ້ກໍາລັງເບິ່ງ ປະທານາທິບໍດີເກົາຫລີໃຕ້ ກ່າວຄໍາປາໄສທາງໂທລະພາບ, ວັນທີ 29 ພະຈິກ 2010.
ທະຫານເຮືອເກົາຫລີໃຕ້ກໍາລັງເບິ່ງ ປະທານາທິບໍດີເກົາຫລີໃຕ້ ກ່າວຄໍາປາໄສທາງໂທລະພາບ, ວັນທີ 29 ພະຈິກ 2010.

ປະທານາທິບໍດີ Lee Myung-bak ​ແຫ່ງ​ເກົາຫລີ​ໃຕ້​ກ່າວ​
ວ່າທ່ານ​ມີ​ຄວາມຮູ້ສຶກ​ຮັບຜິດຊອບ​ຢ່າງ​ເລິກ​ເຊິ່ງ ຕໍ່​ຄວາມ
ລົ້ມ​ແຫລວໃນ​ການ​ປ້ອງກັນ​ການ​ໂຈມ​ຕີດ້ວຍ​ປືນ​ໃຫຍ່​ຂອງ​
ເກົາຫລີ​ເໜືອ​ ໃສ່​ເກາະ​ນຶ່ງ​ຂອງ​ເກົາຫລີ​ໃຕ້​ໃນ​ສັບປະດາ​
ແລ້ວນີ້.

ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫລ​ງສັ້ນໆທາງ​ໂທລະພາບ​ໃນ​ວັນ​ຈັນ​
ມື້​ນີ້ ທ່ານ​ຫລີ​ເອີ້ນ​ການ​ໂຈມ​ຕີ​ຂອງ​ເກົາຫລີ​ເໜືອ​ວ່າ​ ເປັນ​ອາ
ຊະ​ຍາ​ກໍາ​ທີ່ໄຮ້​ມະນຸດສະ​ທໍາ ​ແລະ​ວ່າ ທາງ​ເກົາຫລີ​ເໜືອ​ຈະ
ໄດ້ຮັບໃຊ້​ໂທດ​ກໍາ ຖ້າ​ຫາກ​ມີ​ການ​ເກາະ​ຜິດ​ຕື່ມ​ອີກໃນອະນາ
ຄົດ ແຕ່​ທ່ານ​ບໍ່​ໄດ້ໃຫ້ລາຍ​ລະອຽດ​ໃດໆ.

ກ່ອນ​ໜ້າ​ນີ້ ທ່ານ​ຫລີ ​ໄດ້ຮຽກຮ້ອງ​ໃຫ້​ຈີນ​ໃຊ້​ອິດ​ທິພົນ​ຂອງ​ຕົນ​ກັບເກົາຫລີ​ເໜືອ ​ເພື່ອ​ຊຸກ
ຍູ້​ໃຫ້​ເກົາຫລີ​ເໜືອ​ ​ທໍາ​ການ​ຍັບ​ຍັ້ງນັ້ນ.

ໃນ​ວັນ​ອາທິດ​ວານ​ນີ້​ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ວ່າ ທາງ​ກຸງ​ວໍຊິງ​ ຕັນ​ກໍາລັງ​ພິ
ຈາລະນາ​ເບິ່ງ​ຄໍາ​ຮຽກຮ້ອງ​ຂອງ​ຈີນ​ ເພື່ອ​ໃຫ້​ມິ​ການ​ພົບ​ປະ​ເຈລະຈາສຸກ​ເສິນກັນ ​ກ່ຽວ​ກັບ​ເກົາ
ຫລີ​ນັ້ນ. ​ແຕ່​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າການ ​ພົບ​ປະ​ເຈລະຈາ 6 ຝ່າຍ ຈະບໍ່
ສາມາດ​ທົດ​ແທນ​ພຶດຕິ​ກໍາ​ຂອງເກົາຫລີ​ເໜືອ ​ທີ່​ຈະ​ຕ້ອງ​ປະຕິບັດ​ຕາມ​ພັນທະທັງຫລາຍ​ຂອງ​
ຕົນແລະ​ປະຕິບັດ​ຕາມ​ຂໍ້ຕົກ​ລົງສະຫງົບ​ເສິກ​ເກົາຫລີ​ ສະບັບ​ປີ 1953 ນັ້ນ.

ກໍາລັງ​ຂອງ​ສະຫະລັດ​ແລະ​ເກົາຫລີ​ໃຕ້​ ໄດ້​ເລີ່​ມທໍາ​ການ​ຊ້ອມ​ລົບ​ກັນ​ເປັນ​ເວລາ 4 ມື້​ແລ້ວ ​
ຢູ່​ນອກຝັ່ງ​ທະ​ເລ​ເກົາຫລີ​ໃນ​ມະຫາ​ສະໝຸດ​ປາຊີ​ຟິກ ທີ່​ຈະ​ຮວມທັງ​ອັນ​ທີ່​ທໍານຽບຫ້າ​ແຈ​
ເອີ້ນ​ວ່າ ການຊ້ອມ​ລົບທີ່ໃຊ້​ລູກປືນ​ແທ້ໆນັ້ນ.

ການ​ຊ້ອມ​ລົບ​ດັ່ງກ່າວ​ໄດ້​ມີ​ການວາງ​ແຜນ​ໄວ້​ລ່ວງ​ໜ້າ​ແລ້ວ ກ່ອນເກີດ​ຄວາມເຄັ່ງຕຶງ​ບັ້ນ​
ຫລ້າສຸດ​ລະຫວ່າງ​ເກົາຫລີ​ເໜືອ​ແລະ​ໃຕ້​ນັ້ນ ​ແຕ່​ເກົາຫລີ​ເໜືອກໍ​ໄດ້ປະນາມ​ການ​ຊ້ອມລົບ
ດັ່ງກ່າວວ່າ ​ເປັນຄວາມ​ພະຍາຍາມ​ອັນ​ນຶ່ງ ເພື່ອ​ເລີ່​ມຕົ້ນກໍ່ສົງຄາມ​ຂຶ້ນ​.

XS
SM
MD
LG