ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນຫາທາງຜ່ອນຄາຍຄວາມ ເຄັ່ງຕຶງໃນແຫລມເກົາຫລີ


ປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້ ພົບປະກັບທ່ານ
Dai Bingguo ທີ່ປຶກສາສະພາປົກຄອງຈີນ ທີ່ກຸງໂຊນ ວັນທີ 28 ພະຈິກ 2010.
ປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້ ພົບປະກັບທ່ານ Dai Bingguo ທີ່ປຶກສາສະພາປົກຄອງຈີນ ທີ່ກຸງໂຊນ ວັນທີ 28 ພະຈິກ 2010.

ນັກ​ການ​ທູດ​ຂັ້ນ​ອາວຸ​ໂສ​ຂອງ​ຈີນ​ທ່ານ​ນຶ່ງ​ໄດ້​ກ່າວ​ຕໍ່​ປະທາ
ນາທິບໍດີ​ເກົາຫລີໃຕ້​ ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທາງ​ກຸງ​ປັກ​ກິ່ງ
ຈະ​ພະຍາຍາມ​ຫາ​ທາງຜ່ອນຄາຍ​ການ​ປະເຊີນ​ໜ້າ​ກັນ​ ລະຫວ່າງ​ສອງ​ເກົາຫລີ​ນັ້ນ​.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຂອງ​ຈີນ​ກ່າວ​ວ່າ ທ່ານ Dai
Bingguo ທີ່​ປຶກສາສະພາ​ປົກຄອງ​ລັດ ກໍ​ຄື​ລັດຖະບານ​ຈີນ ​
ໄດ້​ກ່າວ​ຕໍ່​ປະທານາທິບໍດີ Lee Myung-bak ​ໃນການ​ພົບ​
ປະກັນ​ທີ່ກຸງ​ໂຊລ​ວ່າ ສະຖານະ​ການ​ໃນ​ແຫລມ​ເກົາຫລີ​ແມ່ນ​
ໜ້າ​ເປັນ​ຫ່ວງ ​ແລະ​ວ່າ​ທັງ​ສອງຝ່າຍ​ໄດ້​ຕົກລົງ​ທີ່​ຈະ​ທໍາ​
ຄວາມ​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​ຕິດ​ຕໍ່​ພົວພັນ​ຢ່າງ​ຈິງ​ຈັງ​ແລະ​ທໍາ​ການ​ໂອ້​ລົມ​ສົນທະນາ​ ເພື່ອ​ຫາທາງ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ນີ້​ລົງ.

ທ່ານ We Dawei ນັກ​ການ​ທູດ​ຂັ້ນ​ອາວຸ​ໂສ​ຂອງ​ຈີນ ກໍ​ໄດ້ຮຽກຮ້ອງ​ທີ່​ກຸງ​ປັກ​ກິ​ງ​ໃນ​ວັນ
ອາທິດ​ມື້​ນີ້​ ໃຫ້​ພວກ​ຫົວໜ້າ​ຜູ້ຕາງໜ້າ 6 ປະ​ເທດ​ໃນ​ການ​ເຈລະຈາ​ເລື່ອງ​ໂຄ​ງການ​ປົດ
ອາວຸດ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ​ ໃຫ້​ທໍາ​ການ​ພົບ​ປະກັນໃນ​ຕົ້ນເດືອນ​ທັນວາ​ໜ້າ​ນີ້.
ແຕ່ ທໍານຽບສີຟ້າ​ເກົາຫລີ​ໃຕ້ ກໍ​ຄື​ສໍານັກງານ​ຂອງ​ປະທານາທິບໍດີ ​ໄດ້​ກ່າວ​ອອກ​ມາໃນ
ທັນທີວ່າ ເວລາ​ນີ້​ບໍ່​ແມ່ນ​ເວລາ​ທີ່​ຈະ​ຮື້ຟື້ນ​ການເຈລະຈາ​ກັນ​ຄືນ.

XS
SM
MD
LG