ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດແລະເກົາຫລີໃຕ້ ຢືນຢັນໃນຄວາມສາມັກຄີກັນ


ປະທານາທິບໍດີ ໂອບາມາ ກ່າວປາໄສປະຈໍາປີ ຕໍ່ລັດຖະສະພາ ແລະ
ປະຊາຊົນອະເມຣິກັນ ວັນທີ 25 ມັງກອນ 2011
ປະທານາທິບໍດີ ໂອບາມາ ກ່າວປາໄສປະຈໍາປີ ຕໍ່ລັດຖະສະພາ ແລະ ປະຊາຊົນອະເມຣິກັນ ວັນທີ 25 ມັງກອນ 2011

ສະຫະລັດ​ແລະ​ເກົາຫລີ​ໃຕ້​ໄດ້​ຢືນຢັນ​ອີກ​ຄັ້ງ​ໃໝ່​ເຖິງ​ຄວາມ
ສາມັກຄີ​ກັນ​ຂອງ​ພວກຕົນ ​ໃນ​ຂະນະ​ທີ່​ເກົາຫລີ​ໃຕ້​ທໍາ​ການ
ເພື່ອນ​ໄຫວ​ໃກ້​ເຂົ້າ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນທາງ​
ທະຫານ​ໂດຍ​ກົງກັບ​ເກົາຫລີ​ເໜືອ​ນັ້ນ.

ໃນ​ລະຫວ່າງການກ່າວ​ປາ​ໄສ​ປະ​ຈໍາປີ​ຕໍ່​ລັດຖະສະພາ​ແລະ​
ປະຊາຊົນ​ອະ​ເມ​ຣິ​ກັນ​ໃນ​ຄືນ​ວັນ​ອັງຄານ​ວານ​ນີ້ ປະທາ
ນາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ປະກາດ​ວ່າ
ທ່ານ​ແລະ​ລັດຖະບານ​ຂອງ​ທ່ານ​ ​ແມ່ນ​ຢືນ​ຢູ່​ຄຽງຂ້າງກັບ
ພັນທະ​ມິດ​ເກົາຫລີ​ໃຕ້​ຂອງ​ພວກ​ເຮົາຢູ່​ສະ​ເໝີ.

ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ​ ທ່ານ James Steinburg ຮອງ​ລັດຖະມຸນຕີ​ປ້ອງ​ກັນ​ປະ
ເທດ​ສະຫະລັດ ໄດ້ກ່າວຢູ່ທີ່​ກຸງ​ໂຊນ ຊົມ​ເຊີຍການ​ປະສານ​ງານ​ແລະ​ຄວາມຮ່ວມ​ໄມ້​ຮ່ວມມື
ທີ່​ແຂງ​ແຮງ​ລະຫວ່າງ​ສອງ​ປະ​ເທດ​ວ່າ ​ເປັນ​ສິ່ງ​ທີ່ເຮັດ​ໃຫ້​ເກົາຫລີ​ເໜືອ​ເຊື່ອວ່າ ​ຕົນຈະ​ບໍ່​ສາ
ມາດ​ບັນລຸ​ເປົ້າ​ໝາຍ​ຂອງ​ຕົນ​ໄດ້ ​ໂດຍ​ຜ່ານ​ການ​ຂົ່ມຂູ່​ແລະໃຊ້​ອໍານາດ ​ບີບ​ບັງຄັບ​ນັ້ນ.

ທ່ານ​ Kim Sung-hwan ລັດຖະມຸນຕີ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້​ ສະ​ແດງຄວາມ​ຍິນ​
ດີ​ນໍາ​ຖ້ອຍ​ຖະ​ແຫລ​ງຂອງ​ປະທານາທິບໍດີ​ສະຫະລັດ​ ວ່າເປັນ​ຮ່ອງຮອຍ​ໃນທາງ​ບວກ ​ແລະ​
ໃຫ້​ກໍາລັງ​ໃຈ​ຫລາຍສໍາລັບ​ເກົາຫລີ​ໃຕ້​.

XS
SM
MD
LG