ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ຂົ່ມຂູ່ ຈະທໍາສົງຄາມ ກັບເກົາຫຼີໃຕ້ ແລະພັນທະມິດ (ເບິ່ງວີດີໂອ)


ທະຫານເກົາຫຼີເໜືອ ສະຫຼອງວັນກໍ່ຕັ້ງກອງທັບ ທີ່ກຸງພຽງຢ້າງ.
ວັນທີ 25 ເມສາ 2012.
ທະຫານເກົາຫຼີເໜືອ ສະຫຼອງວັນກໍ່ຕັ້ງກອງທັບ ທີ່ກຸງພຽງຢ້າງ. ວັນທີ 25 ເມສາ 2012.
























ນາຍ​ທະຫານ​ຂັ້ນ​ສູງ​ສຸດ​ຂອງ​ເກົາຫຼີ​ເໜືອ​ທ່ານ​ນຶ່ງ​ ກ່າວ​ຍໍ້າ​ເຖິງ​ການຂົ່ມຂູ່​ທໍາ​ສົງຄາມ​ກັບ
ເກົາຫຼີ​ໃຕ້ແລະພວກ​ພັນທະ​ມິດຂອງ​ກຸງ​ພຽງ​ຢ້າງ​ຄືນ​ອີກ​ໃນ​ວັນ​ພຸດ​ມື້​ນີ້ ​ເຖິງ​ແມ່ນ​ຈີນ​ໄດ້
ເຕືອນ ບໍ່​ໃຫ້​ທໍາ​ການທ້າ​ທາຍ​ເກາະ​ຜິດ ຕື່ມ​ອີກ​ໃນ​ແຫຼມ​ເກົາຫຼີ​ທີ່ຢູ່​ໃນ​ສະພາບ​ເຄ່ງ​ຕຶງ​ກໍ​
ຕາມ.

ໃນ​ຄໍາ​ປາ​ໄສ​ເພື່ອ​ສະຫຼອງ​ວັນ​ກອງທັບ ຫຼື Army Day ຂອງ​ເກົາຫຼີ​ເໜືອນາຍ​ພົນອາກາດ
ຕີ Ri Yong-ho ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ມີ​ພວກອາວຸດ​ທີ່​ສາມາດ​ທໍາລາຍ​ທະຫານ​
ຂອງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້​ດ້ວຍ​ການ​ໂຈມ​ຕີ​ເທື່ອ​ດຽວ​ໂລດແລະ​ທ່ານໃຫ້​ຄໍາ​ປະຕິຍານ
ຕື່ມ​ວ່າ ຈະ​ຕັດ​ຄໍ​ຫອຍ​ຜູ້​ໃດ​ກໍ​ຕາມ​ທີ່​ທໍາລາຍ​ຊື່​ສຽງ​ຄະນະ​ນໍາພາ​ຂອງ​ກຸງ​ພຽງຢ້າງ.

ເກົາຫຼີ​ເໜືອ​ໄດ້​ເພີ່ມ​ທະວີ​ການ​ໂຈມ​ຕີ​ດ້ວຍ​ສຳນວນໂວຫານ​ຫຼື​ຖ້ອຍ​ຄໍາ​ທີ່​ຮຸນ​ແຮງ​ຂຶ້ນ​ຕໍ່ລັດ
ຖະບານ​ກຸງ​ໂຊນ ຫຼັງ​ຈາກ​ປະທານາທິບໍດີ Lee Myung-bak ແຫ່ງ​ເກົາຫຼີ​ໃຕ້ຕໍາ​ໜິຕິຕຽນ
ເກົາຫຼີ​ເໜືອ​ທີ່​ໃຊ້​ຈ່າຍ​ເງິນ​ໃນ​ການ​ສົ່ງ​ຈະ​ຫຼວດທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ​ໃນ​ຕົ້ນ​ເດືອນ​
ນີ້ ​ແທນ​ທີ່​ຈະ​ໃຊ້ຈ່າຍເງິນ​ເພື່ອ​ລ້ຽງ​ດູ​ປະຊາຊົນ​ຂອງ​ຕົນ​ທີ່​ອຶດຫິວ​ນັ້ນ.

ພວກ​ນັກ​ສັງ​ເກດ​ການ​ຫຼາຍ​ຄົນ​ຢ້ານ​ວ່າ ​ເກົາຫຼີ​ເໜືອ​ອາດ​ຈະ​ທໍາ​ການ​ທົດ​ລອງ​ອາວຸດ​ນີວ​
ເຄລຍຄັ້ງ​ທີ​ສາມ​ຂອງ​ຕົນ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຫັນເຫ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ ​ໄປ
ຈາກ​ການ​ສົ່ງ​ຈະ​ຫຼວດທີ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ຂອງ​ຕົນ. ​ເກົາຫຼີ​ເໜືອ​ໄດ້​ທົດ​ລອງ​ອາ
ວຸດ​ນີວ​ເຄລຍ​ມາ​ກ່ອນ ຫຼັງ​ຈາກ​ການ​ທົດ​ລອງ​ຈະ​ຫຼວດ​ໃນ​ປີ 2006 ​ແລະ 2009 ນັ້ນ.

XS
SM
MD
LG