ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະເກົາຫລີໃຕ້ ຈະຊ້ອມລົບຮ່ວມກັນ


ທ່ານໂອບາມາ ກໍາລັງຮັບຟັງເລື້ອງສະຖານະການໃນແຫລມເກົາຫລີ ທີ່ທໍານຽບຂາວ ວັນທີ 23 ພະຈິກ 2010
ທ່ານໂອບາມາ ກໍາລັງຮັບຟັງເລື້ອງສະຖານະການໃນແຫລມເກົາຫລີ ທີ່ທໍານຽບຂາວ ວັນທີ 23 ພະຈິກ 2010

ປະທານາທິບໍດີຂອງ​ສະຫະລັດ​ແລະ​ເກົາຫລີ​ໃຕ້​ໄດ້​ຕົກລົງ​ກັນ
ທີ່ຈະ​ທໍາ ການ​ຊ້ອມ​ລົບ​ຮ່ວມ​ກັນ​ຮອບ​ໃໝ່ ​ເພື່ອ​ຕອບ​ໂຕ້​ຕໍ່​
ການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່ຂອງ​ເກົາຫລີ​ເໜືອ​ໃສ່​ເກົາຫລີ​ໃຕ້
ທີ່​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ 4 ຄົນ ຮວມທັງ​ພົນລະ​
ເຮືອນ 2 ຄົນ ​ທີ່​ຫາ​ກໍ​ມີ​ການ​ພົບເຫັນ​ສົບ​ຂອງ​ເຂົາ​ເຈົ້າ​ ໃນ​ວັນ​ພຸດ​ມື້​ນີ້.


ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຊ້ອມ​ລົບ​ດັ່ງກ່າວ​ຈະ​ເລີ້ມ​ຂຶ້ນ
ໃນ​ວັນ​ອາທິດ​ຈະ​ມາ​ນີ້ ຊຶ່ງຈະ​ຮວມທັງ​ການ​ຊ້ອມ​ລົບ​ທີ່ໄດ້​ຊັກ
ຊ້າ​ມາ​ດົນ​ນານ​ແລ້ວ ທີ່ຈະ​ນໍາ​ກໍາ​ປັ່ນ​ບັນທຸກ​ເຮືອບິນລົບ
USS George Washington ເຂົ້າ​ໄປ​ຍັງ​ເຂດ​ນ່ານນໍ້າ
ທີ່ຫລໍ່​ແຫລມ​ທາງ​ຍຸດ​ທະສາດ ​ລະຫວ່າງ​ແຫລມ​ເກົາຫລີ​ແລະ​ຈີນ​ນັ້ນ
.
ທໍານຽບຂາວ​ປະກາດ​ການ​ຊ້ອມ​ລົບ​ຮ່ວມ​ຮອບ​ໃໝ່​ນີ້​ໃຫ້​ຮູ້​ໃນ
ແລງ​ວັນ​ອັງຄານ​ວານ​ນີ້ ຫລັງ​ຈາກ​ການ​ໂທລະສັບ​ໂອ້​ລົມ​ກັນ​
ລະຫວ່າງ​ປະທາ​ນາທິບໍດີ​ບາຣັກ​ໂອ​ບາ​ມາ​ແລະ​ປະທານາທິບໍດີ
Lee Myung-bak ​ແຫ່ງ​ເກົາຫລີ​ໃຕ້​ ຊຶ່ງ​ທໍານຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາມາ​ໄດ້​ໃຫ້​ຄໍາ​
ໜັ້ນສັນຍາ​ທີ່​ຈະ​ຢືນ​ຢູ່​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ກັບ​ເກົາຫລີ​ໃຕ້​ ແລະ​ຈະ​ດໍາ​ເນີນງານ​ຮ່ວມ​ກັນ​ກັບ
ປະ​ເທດ​ອື່ນໆ​ ເພື່ອ​ຈັດແຈງໃຫ້​ມີ​ການ​ປະນາມ​ໂດຍ​ນາໆ​ຊາດ​ຕໍ່​ການໂຈມ​ຕີ​ຂອງ​ເກົາຫລີ
ເໜືອ​ໃສ່​ເກາະ​ແຫ່ງ​ນຶ່ງ​ຂອງ​ເກົາ​ຫລີ​ໃຕ້ໃນ​ວັນ​ອັງຄານ​ວານ​ນີ້.

ກ່ອນ​ໜ້າ​ນີ້​ ທີ່ເກົາຫລີ​ໃຕ້ ນາຍ​ທະຫານ​ສະຫະລັດ​ທ່ານ​ນຶ່ງ​ທີ່​ເປັນ​ຫົວ ໜ້າປະ​ຈໍາ​ກອງ​ບັນ
ຊາ​ການ​ຂອງ​ສະຫະ​ປະຊາ​ຊາດ​ໃນແຫລມ​ເກົາຫລີ​ກ່າວ​ວ່າ ທາງ​ກອງ​ບັນຊາ​ການຈະ​ດໍາ​ເນີນ
ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ​ ທີ່​ໄດ້​ເອົາຊີວິດ​ທະຫານ​ເຮືອ​ເກົາຫລີ​ໃຕ້​ໄປ 2 ຄົນ​ນັ້ນ.

ຄວາມ​ເຄັ່ງ​ຕຶງ​ຍັງ​ຢູ່​ໃນ​ລະດັບ​ສູງ​ລະຫວ່າງ​ສອງ​ເກົາຫລີ​ ຊຶ່ງ​ຕ່າງ​ຝ່າຍ​ຕ່າງກໍ​ຂົ່ມຂູ່​ ທີ່ຈະ​
ທໍາ​ການ​ຕອບ​ໂຕ້​ທາງ​ທະຫານ​ຢ່າງ​ໃຫຍ່​ຕໍ່​ການ​ເກາະ​ຜິດ​ໃດໆຕື່ມອີກ​ໃນ​ອະນາຄົດ​ນັ້ນ.

XS
SM
MD
LG