ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນຮຽກ​ເອກອັກຄະລັດຖະທູດ ຈາກທັງສອງເກົາຫລີ​ເຂົ້າ​ພົບ​ ເພື່ອສະແດງຄວາມເປັນຫ່ວງ


ທະຫານມາຣີນເກົາຫລີໃຕ້ ທໍາການລາດຕະເວນ ຢູ່ເກາະ Yeonpyeong ບ່ອນທີ່ເກົາຫລີໃຕ້ຈະທໍາການຊ້ອມລົບ ຍິງປືນໃຫຍ່ໂດຍໃຊ້ລູກປືນແທ້ ໃນວັນຈັນທີ 20 ຫລືວັນອັງຄານ ທີ 21 ທັນວາ 2010 ນີ້.
ທະຫານມາຣີນເກົາຫລີໃຕ້ ທໍາການລາດຕະເວນ ຢູ່ເກາະ Yeonpyeong ບ່ອນທີ່ເກົາຫລີໃຕ້ຈະທໍາການຊ້ອມລົບ ຍິງປືນໃຫຍ່ໂດຍໃຊ້ລູກປືນແທ້ ໃນວັນຈັນທີ 20 ຫລືວັນອັງຄານ ທີ 21 ທັນວາ 2010 ນີ້.

ຫລັງ​ຈາກໄດ້ໂຈະ​ການ​ຊ້ອມ​ລົບ​ຂອງ​ຕົນ​ໄວ້​ໃນ​ວັນເສົາ​ວານ​ນີ້​
ເກົາຫລີໃຕ້​ກ່າວວ່າ ແມ່ນຍ້ອນດິນຟ້າອາກາດບໍ່ດີ ​ແລະບໍ່
ແມ່ນຍ້ອນຄວາມກົດດັນທາງການທູດ ທີ່​ໄດ້ຖ່ວງເວລາ​ໃນ
ການຊ້ອມລົບຍິງປືນໃຫຍ່ຈາກເຂດເກາະແນວໜ້າ ທີ່ຖືກເກົາ ຫລີເໜືອ​ຍິງປືນໃຫຍ່ ມາໃສ່​ໃນເດືອນຜ່ານມານັ້ນ.

ຂະນະ​ດຽວ​ກັນ ຈີນກໍໄດ້ຮຽກ​ໂຕເອກອັກຄະລັດຖະທູດຈາກ
ທັງສອງປະເທດ​ເຂົ້າ​ພົບ​ໃນ​ວັນ​ເສົາ​ວານ​ນີ້ ເພື່ອສະແດງ
ເປັນຫ່ວງ ກ່ຽວກັບແຜນການຊ້ອມ​ລົບຂອງເກົາຫລີໃຕ້ແລະ
ຄໍາປະຕິຍານຂອງເກົາຫລີເໜືອ ທີ່ຈະໂຈມຕີເກົາຫລີໃຕ້ຄືນ
ໜັກກວ່າເມື່ອເດືອນຜ່ານມາ ຖ້າຫາກເກົາຫລີໃຕ້ ຍັງຈະທໍາການຊ້ອມລົບຕໍ່ໄປຢູ່.

ທາງ​ຝ່າຍຣັດເຊຍກໍໄດ້ຮຽກຮ້ອງໃຫ້ຈັດກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງອົງ
ການສະຫະປະຊາຊາດ ຊຶ່ງຈະເລີ່ມໄຂຂື້ນໃນວັນອາທິດມື້ນີ້. ທ່ານ Vitaly Churkin ເອກອັກຄະລັດຖະທູດຣັດເຊຍປະຈໍາອົງການສະຫະປະຊາຊາດກ່າວວ່າ ສະພາຄວາມໝັ້ນຄົງ
ແມ່ນຈະຕ້ອງສົ່ງສັນຍານ​ ໃຫ້​ຍັບ​ຍັ້ງ​ຊັ່ງ​ໃຈ ໄປ​ຍັງທັງສອງເກົາຫລີ ​ແລະຊ່ວຍເປີດໃຫ້ມີການ
ເຄື່ອນ​ໄຫວ​ທາງດ້ານການທູດກ່ຽວ​ກັບ​ເລື້ອງ​ນີ້ ​ແລະຣັດເຊຍໄດ້ສະແດງຄວາມເປັນຫ່ວງຢ່າງ​
ໜັກ ກ່ຽວກັບແຜນການຊ້ອມລົບ ໃຊ້ລູກປືນແທ້ ທີ່​ເກົາຫລີ​ໃຕ້​ວາງ​ແຜນ​ໄວ້ນັ້ນ.

XS
SM
MD
LG