ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີໃຕ້ຈະໂຈມຕີຄືນ ຖ້າເກົາຫລີເໜືອໂຈມຕີອີກ


ພວກທະຫານເຮືອເກົາຫລີໃຕ້ກໍາສັງກວດແລະສ້ອມແປງຄວາມເສຍຫາຍທີ່
ເກາະ Yeonpyeong
ພວກທະຫານເຮືອເກົາຫລີໃຕ້ກໍາສັງກວດແລະສ້ອມແປງຄວາມເສຍຫາຍທີ່ ເກາະ Yeonpyeong

ລັດຖະມົນຕີກະຊວງປ້ອງກັນປະເທດທີ່ຖືກແຕ່ງຕັ້ງໃໝ່ຂອງ
ເກົາຫລີໃຕ້ກ່າວວ່າເກົາຫລີໄຕ້ຈະທໍາການໂຈມຕີຄືນ ໂດຍ
ທາງອາກາດ ຖ້າເມື່ອໃດເກົາຫລີເໜືອຫາກທໍາການໂຈມຕີ
ທາງທະຫານຕໍ່ເກົາຫລີໃຕ້ຕື່ມອີກ.

ໃນການຖະແຫລງຕໍ່ສະພາແຫ່ງຊາດ ໃນກອງປະຊຸມຮັບ
ຟັງຄໍາໃຫ້ການ ກ່ຽວກັບການຮັບຮອງເອົາການແຕ່ງຕັ້ງ
ທ່ານ ໃນວັນສຸກມື້ນີ້ ນາຍພົນ ກະສຽນ Kim Kwan-Jin ບໍ່ໃຫ້ຄວາມສໍາຄັນແກ່ຄວາມເຫັນສະແດງຄວາມຢ້ານກົວ ຕ່າງໆ ທີ່ວ່າການແກ້ແຄ້ນກັນໄປກັນມານັ້ນອາດສາມາດ
ທະວີຄວາມຮ້າຍແຮງ ຈົນພາໃຫ້ເກີດສົງຄາມກັນໄດ້ ໂດຍອ້າງເຖິງ ແສນຍານຸພາບທາງ ທະຫານຂອງເກົາຫລີໃຕ້ ແລະຂອງສະຫະລັດ.

ລັດຖະບານຂອງເກົາຫລີໃຕ້ຖືກຕໍາໜິຕິຕຽນຈາກສະມາຊິກສະພາຝ່າຍຄ້ານ ສໍາລັບອັນ
ທີ່ພວກເຂົາເຈົ້າເອີ້ນວ່າ ການໂຕ້ຕອບທີ່ອ່ອນແອຂອງລັດຖະບານ ຕໍ່ການໂຈມຕີຂອງ
ເກົາຫລີເໜືອຕໍ່ເກາະ Yeongpyeong ຂອງເກົາຫລີໃຕ້ ທີ່ໄດ້ຍັງຜົນໃຫ້ຊາວເກົາຫລີ ໃຕ້ເສຍຊີວິດໄປສີ່ຄົນນັ້ນ.

ເກົາຫລີເໜືອໄດ້ລະດົມຍິງປືນໃຫຍ່ປະມານ 170 ລູກ ໃສ່ເກາະ Yeongpyeong ຂອງ
ເກົາຫລີໃຕ້ ທີ່ຕັ້ງຢູ່ໄກ້ເຂດຊາຍແດນທາງທະເລ ທີ່ເປັນຫົວຂໍ້ຜິດຖຽງກັນລະຫວ່າງສອງ
ເກົາຫລີນັ້ນ. ກໍາລັງທະຫານເກົາຫລີໃຕ້ກໍໄດ້ທໍາການຍິງປືນໃຫຍ່ໂຕ້ຕອບຄືນ 80 ລູກ
ພາຍໃນບໍ່ເທົ່າໃດນາທີ ໃສ່ເປົ້າໝາຍຂອງເກົາຫລີເໜືອ ຢູ່ຄົນລະຟາກຊາຍແດນນັ້ນ.

XS
SM
MD
LG