ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອກ່າວຫາ ເກົາຫລີໃຕ້


ທະຫານເຮືອເກົາຫລີໃຕ້ ກຳລັງລາດຕະເວນຢູ່ເກາະ Yeonpyeong ຂອງເກົາຫລີໃຕ້ໃນວັນສຸກ ທີ 26 ພະຈິກ, 2010. (AP Photo/Yonhap, Park Ji-ho)
ທະຫານເຮືອເກົາຫລີໃຕ້ ກຳລັງລາດຕະເວນຢູ່ເກາະ Yeonpyeong ຂອງເກົາຫລີໃຕ້ໃນວັນສຸກ ທີ 26 ພະຈິກ, 2010. (AP Photo/Yonhap, Park Ji-ho)

ເກົາຫລີ​ເໜືອ​ໄດ້​ກ່າວ​ຫາເກົາຫລີໃຕ້​ ​ໃນ​ວັນ​ເສົາ​ມື້ນີ້ວ່າ ​ໃຊ້​ພົນລະ​ເຮືອນ​ເປັນ​ກຳ​ບັງ ຢູ່​ໃນ​ເກາະທີ່ເກົາຫລີ​ເໜືອຍິງ​ໂຈມ​ຕີ​ໃນ​ອາທິດ​ນີ້.

ອົງການ​ຂ່າວທາງ​ການ​ຂອງເກົາຫລີ​ເໜືອເວົ້າວ່າ ຖ້າ​ຫາກ​ມີ​ພົນລະ​ເມືອງຢູ່​ໃນ​ເກາະ​ແຫ່ງ ນັ້ນ​ເສຍ​ຊີວິດ ພວກ​ເຂົາ​ເຈົ້າກໍໜ້າເສຍ​ໃຈ​ນຳ​ຫລາຍ ​ແຕ່​ວ່າ​ຜູ້​ທີ່ຄວນຖືກຕຳໜິ ​ແມ່ນເກົາຫລີໃຕ້.

ແຫ​ລມ​ເກົາຫລີ ​ແມ່ນ​ຢູ່​ໃນ​ສະພາບ​ທີ່​ເຕືອນ​ໄພ​ລະດັບສູງ​
ນັບ​ແຕ່ເກົາຫລີ​ເໜືອ​ໄດ້​ລະດົມຍິງປືນໃຫຍ່ໃສ່ເກາະ ຢອນ
ປີຢອງຂອງເກົາຫລີໃຕ້​ ໃນວັນ​ອັງຄານ​ຜ່ານ​ມານີ້ ຊຶ່ງ​ໄດ້​ເຮັດ​
ໃຫ້ທະຫານ​ເຮືອເກົາຫລີໃຕ້ ​2 ຄົນແລະພົນລະ​ເຮືອນ ​2 ຄົນ ​ເສຍ​ຊີວິດ.

ພິທີ​ສົ່ງສະການ​ຂອງທະຫານ​ເຮືອ ​2 ຄົນນັ້ນ​ໄດ້ຖືກ​ຈັດ​ຂຶ້ນທີ່​ໂຮງໝໍທະຫານ ​ໃກ້​ນະຄອນ
ຫລວງໂຊ​ລ​ໃນ​ວັນ​ເສົາມື້​ນີ້. ພິທີ​ດັ່ງກ່າວ​ໄດ້​ມີນັກ​ການ​ເມືອງ​ຂັ້ນສູງ, ນາຍ​ພົນ, ຜູ້ນຳ​ທາງ
ສາສະໜາຕ່າງໆ ​ແລະພົນລ​ະເຮືອນ ​ເຂົ້າຮ່ວມ​ເປັນຫລາຍຮ້ອຍຄົນ.

ຜູ້​ບັນຊາ​ການທະຫານ​ເຮືອ ທ່ານນາຍ​ພົນ​ໂທ Yoo Nak-joon ​ໄດ້​ກ່າວ​ຄຳ​ໝັ້ນສັນຍາວ່າ
ຈະ​ທຳ​ການ​ແກ້ແຄ້ນ “ພັນ​ເທື່ອ”. ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາດັ່ງກ່າວ​ໃນ​ພິທີ​ສົ່ງສະການ ທີ່​
ໄດ້​ຖ່າຍທອດອອກ​ອາກາດ ໄປທົ່ວ​ປະ​ເທດ.

XS
SM
MD
LG