ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ ແຕ່ງຕັ້ງ ລມຕ ປ້ອງກັນປະເທດຄົນໃໝ່


ນາຍພົນ Kim Kwan-jin ລັດຖະມົນຕີປ້ອງກັນປະເທດ ຄົນໃໝ່ຂອງເກົາຫລີໃຕ້
ນາຍພົນ Kim Kwan-jin ລັດຖະມົນຕີປ້ອງກັນປະເທດ ຄົນໃໝ່ຂອງເກົາຫລີໃຕ້

ທ່ານ ລີ ມິອຸ​ງ ບັກ ປະທານາທິບໍດີເກົາຫລີໃຕ້ ໄດ້ແຕ່ງຕັ້ງອະດີດປະທານ​ເສນາ​ທິການ
ຮ່ວມຂອງທ່ານ ​ໃຫ້ເປັນລັດຖະມົນຕີປ້ອງກັນປະເທດ ຄົນໃໝ່ຂອງ​ເກົາຫລີ​ໃຕ້.

ພວກເຈົ້າໜ້າທີ່ເກົາຫລີໃຕ້ກ່າວວ່າ ນາຍພົນ​ເບ້ຍ​ບໍານານ Kim Kwan-Jin ຈະ​ຂຶ້ນດໍາລົງ
ຕໍາແໜ່ງແທນ ທ່ານ ຄິມ ແຕຢຸງ ທີ່ລາອອກໄປ​ໃນວັນພະຫັດວານນີ້ ລຸນຫລັງມີການຕໍາໜິ
ຕິຕຽນກ່ຽວ​ກັບການຕອບໂຕ້ ທີ່ຊັກຊ້າ ຕໍ່ການລະດົມຍິງປືນ ໃຫຍ່ໂຈມຕີຂອງເກົາຫລີ
ເໜືອທີ່​ຮ້າຍ​ແຮງ​ເຖິງ​ຕາຍນັ້ນ.

ນອກນີ້ແລ້ວ ໃນວັນສຸກມື້ນີ້ ນາຍພົນອາ​ເມຣິກັນ Walter L. Sharp ​ທີ່​ເປັນຜູ້ບັງຄັບ​ການ
ກອງບັນຊາການຂອງອົງການສະຫະປະຊາຊາດປະ​ຈໍາ​ເກົາຫລີ​ໃຕ້ ກໍໄດ້ໄປຢ້ຽມຢາມເກາະ
Yeonpyeong ເພື່ອໂອ້ລົມກັບພວກຜູ້ບັນຊາການທະຫານຢູ່​ທີ່​ນັ້ນ ແລະກວດກາຄວາມເສຍ ຫາຍຈາກການໂຈມຕີດ້ວຍປືນໃຫຍ່ ຂອງເກົາຫລີເໜືອນັ້ນ.

ທ່ານນາຍພົນ Sharp ໄດ້ຮຽກຮ້ອງໃຫ້ເກົາຫລີເໜືອຍັບ​ຍັ້ງ​ຈາກການໂຈມຕີຕື່ມອີກ ແລະ
ທ່ານ​ໄດ້ກັບໄປຍັງກອງບັນຊາການຂອງອົງການສະຫະປະຊາຊາດໂດຍທັນທີ ເພື່ອປຶກສາ
ຫາລືກ່ຽວກັບເຫດການທີ່ເກີດຂຶ້ນ.

ທາງອົງການສູງກາງຂ່າວເກົາຫລີຂອງລັດຖະບານເກົາຫລີເໜືອ ກໍ​ໄດ້​ເພິ່ມສໍານວນ​ໂວຫານ
ຂຶ້ນ​ໃນວັນສຸກນີ້ ​ໂດຍ​ກ່າວວ່າ ການຊ້ອມລົບຮ່ວມ ລະຫວ່າງສະຫະລັດກັບເກົາຫລີໃຕ້ນັ້ນ ​ແມ່ນເປັນແຜນການຊ້ອມລົບ ທີ່ບໍ່ໄກ່ກອງຢ່າງລອບຄອບ ໂດຍອັນ​ທີ່​ອົງການ​ຂ່າວນີ້​ເອີ້ນ​
ວ່າ “ພັກ​ຝ່າຍທີ່​ມັກ​ຍິງ​ປືນ” ທີ່ແນເປົ້າໃສ່ເກົາຫລີເໜືອນັ້ນ. ພຽງຢາງແມ່ນໄດ້ໃຊ້ຄໍາເວົ້າ ທໍານອງນີ້ຢູ່ເລື້ອຍໆໃນອະດີດຜ່ານມາ ເພື່ອປະນາມການຊ້ອມລົບທະຫານໃນເກົາຫລີໃຕ້.

XS
SM
MD
LG