ຈີນກໍາລັງຮຽກຮ້ອງໄປຍັງທຸກພັກຝ່າຍ ໃຫ້ຫລີກລ່ຽງຈາກ
ການເຮັດໃຫ້ຄວາມເຄັ່ງຕຶງເພີ່ມທະວີຂຶ້ນ ໃນຂະນະທີ່ສະຫະ
ລັດແລະເກົາຫລີໃຕ້ເສັດສີ້ນການຊ້ອມລົບທາງທະເລຄັ້ງໃຫຍ່
ຂອງພວກຕົນ ໃນທະເລເຫລືອງນັ້ນ.
ແຕ່ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດເກົາຫລີໃຕ້
ກ່າວໃນວັນພຸດມື້ນີ້ວ່າ ພວກຕົນກໍາລັງເວົ້າກັນເລື່ອງທີ່
ຈະທໍາການຊ້ອມລົບຄັ້ງໃຫຍ່ບັ້ນໃໝ່ກັບສະຫະລັດອີກຊຶ່ງ
ອາດຈະເລີ່ມຂຶ້ນໄດ້ໃນຕົ້ນເດືອນນີ້ກໍເປັນໄດ້. ນອກນັ້ນ
ເກົາຫລີໃຕ້ຍັງວາງແຜນຈະທໍາການຊ້ອມລົບຍິງປືນໃຫຍ່
ໂດຍໃຊ້ລູກປືນແທ້ໆຂອງຕົນເອງເຊ່ນກັນ ຊຶ່ງກໍານົດຈະມີຂຶ້ນໃນສັບປະດາໜ້ານີ້.
ອົງການຂ່າວ Yonhap ຂອງເກົາຫລີໃຕ້ ອ້າງຄໍາເວົ້າຂອງກອງບັນຊາການກອງທັບວ່າ
ການຊ້ອມລົບບັ້ນນຶ່ງໃນຫລາຍໆບັ້ນນັ້ນ ຈະມີຂຶ້ນຢູ່ໃກ້ໆກັບເກາະ Dae-cheong ທີ່
ຕັ້ງຢູ່ທາງທິດໃຕ້ຂອງເຂດນ່ານນໍ້າ ທີ່ເປັນບັນຫາຂັດແຍ້ງກັນລະຫວ່າງສອງເກົາຫລີ ໃນ
ທະເລເຫລືອງນັ້ນ. ເກົາຫລີເໜືອໄດ້ເປີດສາກໂຈມຕີດ້ວຍປືນໃຫຍ່ທີ່ເປັນອັນຕະລາຍເຖິງ
ຕາຍໃສ່ອີກເກາະນຶ່ງຂອງເກົາຫລີໃຕ້ ໃນຂະນະທີ່ກໍາລັງຂອງເກົາຫລີໃຕ້ພວມທໍາການ
ຊ້ອມລົບໃນທໍານອງດຽວກັນໃນສັບປະດາແລ້ວນີ້ ໂດຍໄດ້ຍິງໄປໃສ່ນ່ານນໍ້າ ທີ່ທັງສອງ
ປະເທດຕ່າງກໍອ້າງເອົາກໍາມະສິດນັ້ນ.
ທີ່ກຸງປັກກິງ ອົງການຂ່າວຊິນຫົວທາງການຈີນອ້າງຄໍາເວົ້າຂອງທ່ານ Yang Jiechi ລັດ
ຖະມົນຕີການຕ່າງປະເທດຈີນທີ່ກ່າວວ່າ ທຸກໆພັກຝ່າຍຄວນຈະຢູ່ໃນຄວາມສະຫງົບແລະ
ໃຊ້ຄວາມຍັບຍັ້ງ. ທ່ານ Jiechi ເປັນເຈົ້າໜ້າທີ່ລະດັບສູງສຸດຂອງຈີນ ທີ່ໄດ້ສະແດງ
ຄວາມເຫັນອອກມາ ກ່ຽວກັບວິກິດການດັ່ງ ກ່າວ.
ການຊ້ອມລົບທາງທະເລຮ່ວມກັນລະຫວ່າງສະຫະລັດແລະເກົາຫລີໃຕ້ທີ່ຍຸດຕິລົງໃນວັນ
ພຸດມື້ນີ້ ນັບວ່າເປັນຄັ້ງໃຫຍ່ທີ່ສຸດໃນການຊ້ອມລົບຫລາຍໆຄັ້ງ ທີ່ໄດ້ດໍາເນີນມາໂດຍກໍາ
ລັງ ຂອງເກົາຫລີໃຕ້ແລະສະຫະລັດ ໃນຫວ່າງບໍ່ເທົ່າໃດເດືອນຜ່ານມານີ້.
ການຊ້ອມລົບຄັ້ງນີ້ ມີທະຫານເຮືອຫລາຍພັນຄົນປະກອບສ່ວນພ້ອມກັບເຮືອບິນລົບ 75
ລໍາແລະກໍາປັ່ນລົບ 10 ລໍາ ທີ່ຮວມທັງກໍາປັ່ນບັນທຸກເຮືອບິນລົບຂະໜາດໃຫຍ່ USS
George Washington ທີ່ໃຊ້ພະລັງປະລະມະນູແລ່ນຂອງສະຫະລັດນັ້ນນໍາ.