ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ​ ເກົາຫຼີ​ໃຕ້ ຢູ່ໃນທ່າ ຕຽມ​ລະວັງ​ໄພ ​ລະດັບ​ສູງ​ສຸດ (ສະໄລດ໌/ວີດີໂອ)


ສ່ວນນຶ່ງຂອງທະຫານໃນກອງທັບເກົາຫຼີໃຕ້
ສ່ວນນຶ່ງຂອງທະຫານໃນກອງທັບເກົາຫຼີໃຕ້
ກອງທັບ​ສະຫະລັດ​ແລະ​ເກົາຫຼີ​ໃຕ້ ຍັງ​ຢູ່​ໃນ​ທ່າ​ຕຽມ​ລະວັງ​ໄພ​ລະດັບ​ສູງ​ສຸດ ​ເພື່ອ​ຮັບ​ມື​ກັບການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ ທີ່​ອາດ​ມີ​ຂຶ້ນຂອງ​ເກົາຫຼີ​ເໜືອ ​ໃນ​ຂະນະ​ທີ່​ພຽງ​ຢາງ ​ສືບ​ຕໍ່​ທໍາ​ການ​ຂົ່ມຂູ່ໃນ​ລັກສະນະ​ສົງຄາມຕໍ່ ​ວໍ​ຊິງ​ຕັນ ​ແລະ​ກຸງ​ໂຊ​ລ.

​ເມື່ອ​ວັນ​ພະຫັດ​ມື້​ນີ້ ​ເກົາຫຼີ​ເໜືອ​ເວົ້າ​ວ່າ ຕົນ​ໄດ້ກ້າວເຂົ້າສູ່​ການ​ປະສານ​ງານທີ່​ບໍ່ໄດ້​ລະບຸ​ໃຫ້​ຊາບ ກ່ຽວ​ກັບ​ວິທີ​ການໂຈມ​ຕີ​ທີ່​ມີ​ອານຸພາບຮ້າຍ​ແຮງ ທີ່​ເກົາຫຼີ​ເໜືອ​ອ້າງ​ວ່າ ​ອາດ​ເຮັດ​ໃຫ້​ທີ່ໝັ້ນ​ຕ່າງໆ​ຂອງ​ສັດຕູ​ກາຍ​ເປັນທະ​ເລ​ໄຟ ​ແຕ່​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ ຫຍັງ​ຕື່ມ.

ຖ​ະ​ແຫຼງການ​ດັ່ງກ່າວ ທີ່​ປະກົດ​ວ່າ​ອ້າງ​ເຖິງ ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ ທີ່ກໍາລັງ​ໃກ້​ຈະ​ເກີດ​ຂຶ້ນນັ້ນ ​ແມ່ນສົ່ງໃຫ້ໂດຍ​ອົງການ ທີ່​ບໍ່​ແມ່ນການຈັດຕັ້ງ​ຂອງກອງທັບ​ ອົງການທີ່​ຮັບຜິດຊອບ​ດ້ານ​ຄວາມສໍາພັນ​ກັ​ບ​ເກົາຫຼີ​ໃຕ້.

ໃນ​ວັນ​ພະຫັດ​ມື້​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາຫຼີ​ໃຕ້​ເວົ້າວ່າ ຕົນ​ໄດ້ ຕຽມ​ພ້ອມ​ຢ່າງ​ເຕັມ​ອັດຕາ​ ເພື່ອ​ຮັບ​ມື​ກັບ​ການ​ທົດ​ລອງ​ດັ່ງກ່າວ​ຂອງ​ເກົາຫຼີ​ເໜືອ. ​ໂຄສົກກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ທ່ານ Kim Min-seok ຢືນຢັນ​ວ່າ ກອງທັບ​ພ້ອມ​ທີ່​ຈະ​ສະ ກັດກັ້ນການ​ຍິງ​ຈະຫຼວດ​ໃດໆ​ກໍ​ຕາມ​ຂອງ ​ເກົາຫຼີ​ເໜືອ.



​ໂຄສົກ Kim ເວົ້າວ່າ:
“ກອງທັບ​ຂອງ​ພວກ​ເຮົາ​ ແມ່ນ​ເປັນ​ຫ່ວງ​ ເຖິງ​ການ​ຍິງ​ລູກ​ສອນ​ໄຟຂອງ​ເກົາຫຼີ​ເໜືອ​ ທີ່ສາມາດ​ຂົ່ມຂູ່​ເຂດ​ນໍ້າ​ແດນ​ດິນ ​ແລະ​ຄວາມ​ປອດ​ໄພຂອງ​ປະຊາຊົນ​ຂອງ​ພວກ​ເຮົາ ສະ​ນັ້ນ ​ພວກ​ເຮົາ​ຈຶ່ງ​ຕຽມປ້ອງ​ກັນ​ຢ່າງ​ເຕັມທີ່. ນອກ​ນີ້​ແລ້ວ ພວກ​ເຮົາກໍ​ກໍາລັງ​ຕຽມ​ການ​ເພື່ອ​ວ່າ​ເວລາເກົາຫຼີ​ເໜືອຍິງ​ລູກ​ສອນໄຟ​ດັ່ງກ່າວ​ແລ້ວ ພວກ​ເຮົາກໍ​ຈະ​ຮູ້​ໄດ້​ວ່າ ​ມັນ​ມຸ້ງ​ໜ້າ​ໄປ​ທາງ​ໃດ.”

​ໂຄສົກ ກິມ ​ເວົ້າ​ຕໍ່​ໄປ​ວ່າ ກຸງ​ໂຊ​ລ​ເຊື່ອ​ວ່າ ການ​ຍິງ​ລູກ​ສອນ​ໄຟ ອາດ​ມີ​ຂຶ້ນ​ໃນ​ມື້​ວັນ​ຈັນ ຫຼືກ່ອນ​ນັ້ນ ຊຶ່ງ​ເປັນ​ວັນ​ເກີດ​ຂອງ​ມື້​ລາງ ທ່ານ Kim Il Sung ຜູ້ນໍາ​ແລະ​ຜູ້​ກໍ່​ຕັ້ງ​ເກົາຫຼີ​ເໜືອ. ວັນ​ດັ່ງກ່າວ​ຖື​ວ່າ​ເປັນ​ວັນ​ສໍາຄັນ​ທີ່ສຸດ​ໃນ​ປະຕິທິນ​ປະ​ຈໍາປີ​ຂອງ​ຊາວ​ເກົາຫຼີ​ເໜືອ.

​ແຕ່​ກະຊວງ​ປ້ອງ​ກັນ​ເກົາຫຼີ​ໃຕ້​ປະ​ຕິເສດ​ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດໆ ຕໍ່​ລາຍ​ງານຂອງ​ອົງ ການ​ຂ່າວ Kyodo ຂອງ​ຍີ່ປຸ່ນທີ່​ໄດ້​ອ້າງ​ຄໍາ​ຂອງ​ເຈົ້າໜ້າ​ທີ່ປ້ອງ​ກັນ​ປະ​ເທດ​ຂອງ​ໂຕ​ກຽວ ທີ່​ບໍ່​ເປີດ​ເຜີຍ​ຊື່ທີ່​ເວົ້າ​ວ່າ ການ​ຍິງ​ລູກ​ສອນ ​ໄຟ​ຂອງ​ເກົາຫຼີ​ເໜືອ ​ແມ່ນ​ຢູ່​ໃນທ່າ​ທີ ​ທີ່​ໄດ້​ຍົກ​ລະດັບ​ໃຫ້​ຂຶ້ນສູງ​ແລ້ວ.

ເຊື່ອ​ວ່າເກົາຫຼີ​ເໜືອ​ໄດ້​ຍົກຍ້າຍ​ລູກ​ສອນ​ໄຟ​ລຸ້ນ ທີ່​ສາມາດ​ຍິງ​ໄດ້​ໃນໄລຍະ​ປານ​ກາງ ຫຼາຍລູກ ​ໄປ​ຢັງ​ຝັ່ງຕາ​ເວັນ​ອອກ​ຂອງ​ຕົນ ​ເພື່ອ​ຕຽມ​ການ​ທົດ​ລອງ ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ໂຈມ​ຕີ​ເປົ້າໝາຍ​ຕ່າງໆ​ຂອງ​ອະ​ເມຣິກັນ​ຢູ່​ໃນ​ຂົງ​ເຂດ​ໄດ້.

(ເບິ່ງວີດີໂອ)

XS
SM
MD
LG