ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີ​ໃຕ້ ເລື່ອນກອງປະຊຸມ ກັບ ສຫລ ຍ້ອນຄວາມເຄັ່ງຕຶງ ກັບເກົາຫລີເໜືອ (ວີດິໂອ)


ພາບການທົດລອງລູກສອນໄພຂີປະນາວຸດ “Minuteman 3” ທີ່ພຸ້ງຂຶ້ນສູ່ທ້ອງຟ້າ ຈາກຖານທັບອາກາດ Vandenberg ໃນລັດຄະລິຟໍເນຍ,ວັນທີ 25 ສິງຫາ 2005.
ພາບການທົດລອງລູກສອນໄພຂີປະນາວຸດ “Minuteman 3” ທີ່ພຸ້ງຂຶ້ນສູ່ທ້ອງຟ້າ ຈາກຖານທັບອາກາດ Vandenberg ໃນລັດຄະລິຟໍເນຍ,ວັນທີ 25 ສິງຫາ 2005.
ເຈົ້າໜ້າທີ່ທະຫານຂັ້ນສູງຂອງເກົາຫລີ​ໃຕ້ໄດ້ເລື່ອນກອງປະຊຸມ
ກັບປະທານ ​ເສນາ​ທິການຮ່ວມຂອງກອງທັບສະຫະລັດ ຢູ່ກຸງວໍ
ຊິງຕັນອອກໄປ ຍ້ອນຄວາມເຄັ່ງຕຶງທີ່ກໍາລັງເພີ້ມທະວີຂຶ້ນ ກັບ
ເກົາຫລີເໜືອ.

ປະທານ​ເສນາ​ທິການຮ່ວມຂອງສະຫະລັດ ນາຍພົນ Martin
Dempsey ​ແຫ່ງກອງທັບບົກ ມີກໍານົດເຂົ້າຮ່ວມ ກອງປະຊຸມ
ຄະນະກໍາມະການໍທະຫານ ປະຈໍາປີໃນວັນທີ 16 ເມສານີ້ ກັບຄູ່
ຕໍາແໜ່ງຂອງທ່ານຈາກກຸງໂຊລ ນາຍພົນ Jung Seung-jo.
ແຕ່ວ່າ ໂຄສົກສໍາລັບຫ້ອງການ​ເສນາ​ທິການຮ່ວມຂອງກອງທັບ
ເກົາຫລີໃຕ້ ກ່າວໃນວັນອາທິດມື້ນີ້ວ່າ ກຸງໂຊລເປັນຫ່ວງວ່າ ກຸງ
ພຽງຢາງອາດຈະສະແດງການເກາະຜິດທາງ​ທະຫານຂຶ້ນ ໃນໄລຍະທີ່ນາຍພົນ Jung ບໍ່ຢູ່.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


ໃນວັນເສົາວານນີ້ ເຈົ້າໜ້າທີ່ຂັ້ນສູງກະຊວງປ້ອງກັນປະເທດສະຫະລັດ ທີ່ບໍ່ປະສົງຈະບອກ
ຊື່ເວົ້າວ່າ ທໍານຽບຫ້າແຈໄດ້ເລື່ອນການທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ໄດ້
ກໍານົດ​ໄວ້​ວ່າ ຈະ​ຍິງຈາກຖານທັບອາກາດຂອງສະຫະລັດ ຢູ່ລັດຄາລິຟໍເນຍນັ້ນ ເພື່ອຫລີກ​ລ່ຽງ
ການເຮັດໃຫ້ຄວາມເຄັ່ງຕຶງທາງທະຫານ ກັບເກົາຫລີເໜືອ “ເພີ້ມທະວີຂຶ້ນ.”

ເບິ່ງປະມວນພາບຄວາມເຄັ່ງຕຶງຢູ່ແຫລມເກົາຫລີ:

XS
SM
MD
LG