ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ວ່າ ເກົາຫຼີເໜືອ ຈະບໍ່ປະຖິ້ມ ໂຄງການນິວເຄລຍ (ວີດິໂອກ່ຽວຂ້ອງ)


ທ່ານ Lee Myung-bak ປະທານາທິບໍດີ ທີ່ກຳລັງຈະພົ້ນ ຈາກຕຳແໜ່ງ ຂອງເກົາຫຼີໃຕ້.
ທ່ານ Lee Myung-bak ປະທານາທິບໍດີ ທີ່ກຳລັງຈະພົ້ນ ຈາກຕຳແໜ່ງ ຂອງເກົາຫຼີໃຕ້.
ທ່ານ Lee Myung-bak ປະທານາທິບໍດີທີ່ກຳລັງຈະພົ້ນຈາກຕຳ
ແໜ່ງຂອງເກົາຫຼີໃຕ້ ເຕືອນວ່າ ການສົນທະນາຫາລືແລະການລົງ
ໂທດແມ່ນບໍ່ພຽງພໍ ເພື່ອຈະຊັກຊວນໃຫ້ເກົາຫຼີເໜືອ ຍົກເລີກໂຄງ ການອາວຸດນິວເຄລຍຂອງຕົນ.

ໃນການຖະແຫຼງ ລະຫວ່າງການພົບປະກັບບັນດາແຂກຜູ້ມີກຽດ
ຂັ້ນສູງທີ່ກຸງໂຊລ ປະທານາທິບໍດີ Lee ເວົ້າວາ ມີແຕ່ການປ່ຽນ
ແປງຜູ້ນຳໃນເກົາຫຼີເໜືອເທົ່ານັ້ນ ຈຶ່ງຈະກຳຈັດປັດເປົ່າໄພຂົ່ມຂູ່
ຈາກພຽງຢາງ ທີ່ມີອາວຸດນິວເຄລຍໄດ້.

ອົງການຂ່າວຝຣັ່ງ ອ້າງຄຳເວົ້າຂອງທ່ານ Lee ທີ່ກ່າວວ່າ ເກົາຫຼີ
ໃຕ້ສາມາດຊ່ອຍໃຫ້ ປະຊາຊົນເກົາຫຼີເໜືອ ມີການປ່ຽນແປງໄດ້ ຖ້າຫາກບໍ່ແມ່ນອຳນາດການປົກຄອງຂອງເກົາຫຼີເໜືອ.

ການໃຫ້ຄວາມເຫັນດັ່ງກ່າວຂອງທ່ານ Lee ມີຂຶ້ນຫຼັງຈາກເກົາຫຼີເໜືອໄດ້ທຳການທົດລອງ
ອາວຸດນິວເຄລຍຄັ້ງຫລ້າສຸດ ໃນວັນອັງຄານຜ່ານມາ ຊຶ່ງໄດ້ຮັບການຕຳໜິຕິຕຽນຢ່າງໜັກ ຈາກປະຊາຄົມນາໆຊາດແລະເຮັດໃຫ້ຄວາມເຄັ່ງຕຶງ ໃນແຫຼມເກົາຫຼີເພີ້ມທະວີຂຶ້ນ.

ປະທານາທິບໍດີ Lee ທີ່ໄດ້ເອົາທ່າທີຢ່າງແຂງຂັນຕໍ່ເກົາຫຼີເໜືອນັ້ນມີກຳນົດທີ່ຈະອອກຈາກ ຕຳແໜ່ງພາຍໃນ 10 ມື້ຂ້າງໜ້ານີ້. ທ່ານຈະມອບອຳນາດໃຫ້ແກ່ ທ່ານນາງ Park Geun-
hye ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ຊຶ່ງທ່ານນາງໃຫ້ຄຳໝັ້ນສັນຍາວ່າ ຈະທຳການພົວ ພັນຫຼາຍຂຶ້ນກັບພຽງຢາງນັ້ນ.

ວີດິໂອ: ສປຊ ແລະ ສຫລ ປະຕິບານຈະຕອບໂຕ້ຕໍ່ເກົາຫລີເໜືອ:

US, UN Vow Action Against North Korean Nuclear Test
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG