ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ປະນາມ ການຊ້ອມລົບ ຂອງເກົາຫຼີໃຕ້


ຄວາມເຄັ່ງຕຶງ ໃນແຫຼມເກົາຫຼີ (24 ພະຈິກ 2011)
ຄວາມເຄັ່ງຕຶງ ໃນແຫຼມເກົາຫຼີ (24 ພະຈິກ 2011)

ເກົາຫຼີເໜືອໄດ້ຕຳໜິຕິຕຽນຢ່າງແຮງຕໍ່ເກົາຫຼີໃຕ້ ທີ່ໄດ້ທຳການຊ້ອມລົບທາງທະຫານໃນມື້ວັນ
ພຸດວານນີ້ໃກ້ໆເກາະດອນແຫ່ງນຶ່ງທີ່ຢູ່ທາງໃຕ້ບໍລິເວນຊາຍແດນທີ່ມີການຂັດແຍ້ງກັນໃນເຂດ
ທະເລເຫຼືອງພຽງໜ້ອຍດຽວນັ້ນ.

ສື່ມວນຊົນຂອງທາງການເກົາຫຼີເໜືອໄດ້ອ້າງຄຳເວົ້າຜູ້ບັນຊາການທະຫານສູງສຸດຂອງປະເທດ
ທີ່ກ່າວວ່າ ການຊ້ອມລົບສຳຄັນດັ່ງກ່າວແມ່ນສະແດງໃຫ້ເຫັນເຖິງການທ້າທາຍເກາະຜິດທາງ
ດ້ານການເມືອງແລະທາງທະຫານຄັ້ງໃໝ່ແລະເກົາຫຼີເໜືອຂູ່ວ່າ ຈະເຮັດໃຫ້ກຸງໂຊລກາຍເປັນ
ທະເລໄຟ​ໄປ ຖ້າການຊ້ອມລົບໃດໆກໍຕາມໃນອະນາຄົດຫາກລ່ວງລະເມີດຕໍ່ເຂດນໍ້າແດນດິນ
ຂອງຕົນ.

ການຊ້ອມລົບຂອງເກົາຫຼີໃຕ້ ໃນມື້ວັນພຸດວານນີ້ ແມ່ນພົວພັນກັບເຮືອບິນລົບ ເຄື່ອງຍິງຈະ
ຫຼວດ ແລະປືນໃຫຍ່ ແລະກໍມີຂຶ້ນທີ່ເກາະ Baengnyeong ຊຶ່ງເປັນນຶ່ງ ໃນອັນທີ່ເອີ້ນວ່າ
“ເກາະດອນແນວໜ້າ” ໃນບໍລິເວນນ່ານນໍ້າທີ່ທັງສອງເກົາຫຼີຕ່າງກໍອ້າງກຳມະສິດວ່າເປັນດິນ
ແດນຂອງຕົນນັ້ນ.

ໃນການຊ້ອມລົບຄັ້ງນີ້ ບໍ່ໄດ້ມີການຍິງລູກປືນຫຼືລູກຈະຫຼວດແທ້ແຕ່ຢ່າງໃດເລີຍ.

ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ການຊ້ອມລົບທີ່ວ່ານີ້ ແມ່ນເປັນການສົ່ງຄຳເຕືອນຢ່າງແຮງໄປ
ຍັງພວກເຈົ້າໜ້າທີ່ເກົາຫຼີເໜືອຄູ່ປໍລະປັກ ທີ່ປະຈຳການໃນບໍລິເວນໃກ້ໆທີ່ສາມາດແນມເຫັນ
ກັນນັ້ນ.

XS
SM
MD
LG