ບັນດາອົງການຂ່າວຂອງເກົາຫຼີໃຕ້ລາຍງານວ່າ ກອງທັບເກົາຫຼີໃຕ້ໄດ້ນຳເອົາລູກສອນໄຟນຳ
ວິຖີທີ່ມີຄວາມແມ່ນຍຳເປັນພິເສດເຂົ້າປະຈຳການໃນບໍລິເວນໃກ້ໆຊາຍແດນເກົາຫຼີເໜືອທີ່ສາ ມາດຍິງໂຈມຕີນະຄອນຫຼວງພຽງຢາງໄດ້.
ເມື່ອໄວໆມານີ້ ທາງກອງທັບເກົາຫຼີໃຕ້ໄດ້ຕິດຕັ້ງລູກສອນໄຟ ທີ່ສາມາດຍິງຈາກພາກພື້ນດິນ
ຫາພາກພື້ນດິນ ທີ່ມີຊື່ວ່າລະບົບລູກສອນໄຟຍຸດທະວິທີກອງທັບບົກ ຫຼັງຈາກເກົາຫຼີເໜືອໄດ້
ຂົ່ມຂູ່ວ່າຈະທຳການໂຈມຕີທາງທະຫານ ເພື່ອເປັນການຕອບໂຕ້ຕໍ່ການທີ່ເກົາຫຼີໃຕ້ໄດ້ໃຊ້ຮູບ
ຂອງຄອບຄົວຜູ້ນຳເກົາຫຼີເໜືອເປັນເປົ້າໃນການຊ້ອມຍິງ.
ມີລາຍງານວ່າ ລູກສອນໄຟເຫຼົ່ານີ້ ມີປະສິດທິຜົນໃນການຍິງຢູ່ໃນລັດສະໝີ 165 ຫຼັກກິໂລ
ແມັດແລະສາມາດຍິງຈາກລະບົບຍິງຈະຫຼວດທີ່ສາມາດຍິງພ້ອມກັນໄດ້ຫຼາຍໆລູກ. ເກົາຫຼີໃຕ້
ໄດ້ຊື້ລູກສອນໄຟຍຸດທະວິທີດັ່ງກ່າວ 220 ລູກຈາກສະຫະລັດ.