ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ພົບປະແບບລັບໆ ກັບເກົາຫຼີເໜືອ


ລັດຖະມົນຕີກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ທ່ານ Hyun In-taek
ລັດຖະມົນຕີກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ທ່ານ Hyun In-taek

ເກົາຫຼີໃຕ້ຍອມຮັບວ່າ ເຈົ້າໜ້າທີ່ຂອງຕົນໄດ້ໄປຮ່ວມກອງປະຊຸມລັບກັບເຈົ້າໜ້າທີ່ເກົາຫຼີເໜືອ
ທີ່ກຸງປັກກິ່ງ ແຕ່​ໄດ້ໂຕ້ແຍ້ງກ່ຽວກັບລາຍລະອຽດຂອງກອງປະຊຸມ ຕາມທີ່ພຽງຢາງ ໄດ້ເປີດ
ເຜີຍໄປນັ້ນ.

ລັດຖະມົນຕີກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ທ່ານ Hyun In-taek ໄດ້ຖືກຊັກຖາມ
ກ່ຽວກັບກອງປະຊຸມດັ່ງກ່າວ ຢູ່ໃນສະພາແຫ່ງຊາດ ໃນວັນພະຫັດມື້ນີ້ ນຶ່ງມື້ຫຼັງຈາກອົງການ
ຂ່າວ KCNA ຂອງທາງການເກົາຫຼີເໜືອໄດ້ລົງລາຍງານຂ່າວ ກ່ຽວກັບກອງປະຊຸມໃນເດືອນ
ແລ້ວນີ້.

ໃນລາຍງານມື້ວັນພຸດວານນີ້ ອົງການຂ່າວ KCNA ເວົ້າວ່າ ເກົາຫຼີໃຕ້ໄດ້ “ອ້ອນວອນ” ໃຫ້
ເກົາຫຼີເໜືອເຂົ້າຮ່ວມກອງປະຊຸມສຸດຍອດ 3 ຄັ້ງໃນໄລຍະ 10 ເດືອນຕໍ່ໜ້າແຕ່ທ່ານ Hyun
ເວົ້າວ່າ ຈຸດປະສົງທີ່ແທ້ຈິງຂອງກອງປະຊຸມແມ່ນເພື່ອໃຫ້ພຽງຢາງຂໍຂະມາໂທດກ່ຽວກັບການ
ໂຈມຕີທາງທະຫານ 2 ຄັ້ງທີ່ເຮັດໃຫ້ມີຜູ້ເສຍຊີວິດ 50 ຄົນໃນປີກາຍນີ້.

ເກົາຫຼີໃຕ້ໄດ້ຢືນຢັດມາເປັນເວລາຫຼາຍເດືອນແລ້ວວ່າ ເກົາຫຼີເໜືອຕ້ອງຂໍຂະມາໂທດກ່ຽວກັບ
ການໂຈມຕີທັງສອງບັ້ນ​ນັ້ນ ກ່ອນທີ່ຈະມີການເອົາບາດກ້າວຕ່າງໆເພື່ອຫຼຸດຜ່ອນຄວາມເຄັ່ງ
ຕຶງ ລະຫວ່າງປະເທດທັງສອງ.

XS
SM
MD
LG