ທູດພິເສດຂອງສະຫະລັດ ໃຫ້ຄວາມໝັ້ນໃຈອີກຄັ້ງນຶ່ງແກ່
ເກົາຫຼີໃຕ້ ກ່ຽວກັບຄວາມສະໜັບສະໜຸນ ຂອງສະຫະລັດ
ຂະນະທີ່ທ່ານອອກເດີນທາງໄປຍັງປະເທດຈີນ ເພື່ອສືບຕໍ່
ການເຈລະຈາຊອກຫາຊ່ອງທາງແກ້ໄຂບັນຫາຄວາມເຄັ່ງ
ຕຶງໃນແຫຼມເກົາຫຼີ.
ທ່ານ Stephen Bosworth ຫົວໜ້ານັກການທູດສະຫະ
ລັດຮັບຜິດຊອບກ່ຽວກັບບັນຫາເກົາຫຼີກ່າວກ່ອນອອກເດີນ
ທາງຈາກກຸງໂຊລໃນວັນພຸດມື້ນີ້ວ່າເກົາຫຼີໃຕ້ຄວນມີຄວາມ
ໝັ້ນໃຈໃນຄວາມສຳພັນທີ່ເຂັ້ມແຂງລະຫວ່າງສະຫະລັດກັບ
ເກົາຫຼີໃຕ້ນັ້ນ. ນອກນີ້ທ່ານ ຍັງໄດ້ເວົ້າເຖິງການປະສານງານໃນດ້ານນະໂຍບາຍແບບ
ໃກ້ຊິດລະຫວ່າງປະເທດທັງສອງ ນຳອີກ.
ເວລາທ່ານໄດ້ເດີນທາງໄປເຖິງກຸງໂຊລໃນວັນອັງຄານວານນີ້ ທ່ານ Bosworth ກ່າວວ່າ
ທ່ານຫວັງວ່າ ຈະໄດ້ເຫັນການເລີ່ມຕົ້ນໂດຍໄວ ໃນການເຈລະຈາຫາລືກ່ຽວກັບອະນາຄົດ
ຂອງແຫຼມເກົາຫຼີ. ແຕ່ລຸນຫຼັງການເຈລະຈາ ກັບລັດຖະມົນຕີ ການຕ່າງປະເທດເກົາຫຼີໃຕ້ ແລະຫົວໜ້າຄະນະເຈລະຈານິວເຄລຍກັບເກົາຫຼີເໜືອໃນວັນພຸດມື້ນີ້ແລ້ວທ່ານ Bosworth
ເວົ້າວ່າ ສະຫະລັດແມ່ນເດັດຂາດ ຈະບໍ່ກົດດັນ ໃຫ້ກຸງໂຊລຕົກລົງຮັບເອົາການ ເປີດການ
ເຈລະຈາ 6 ຝ່າຍຄືນໃໝ່ ກັບເກົາຫຼີເໜືອ.