ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດສະຫະລັດ ຢ້ຽມຢາມເກົາຫຼີໃຕ້


ທູດພິເສດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງເກົາຫຼີເໜືອ ທ່ານ Stephen Bosworth ກ່າວຕໍ່ພວກນັກຂ່າວ ຂະນະເດີນທາງໄປເຖິງ ສະໜາມບິນນາໆຊາດ Incheon (4 ມັງກອນ 2010)
ທູດພິເສດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງເກົາຫຼີເໜືອ ທ່ານ Stephen Bosworth ກ່າວຕໍ່ພວກນັກຂ່າວ ຂະນະເດີນທາງໄປເຖິງ ສະໜາມບິນນາໆຊາດ Incheon (4 ມັງກອນ 2010)

ທູດພິເສດຂອງສະຫະລັດທ່ານ Stephen Bosworth
ກຳລັງຢູ່ທີ່ເກົາຫຼີໃຕ້ ເພື່ອເຈລະຈາຫາລືກ່ຽວກັບວ່າ ຈະ
ແກ້ໄຂບັນຫາຄວາມເຄັ່ງຕຶງ ກັບເກົາຫຼີເໜືອແນວໃດ.

ການພົບປະຂອງນັກການທູດອະເມຣິກັນທ່ານນີ້ ແມ່ນ
ການເລີ້ມຕົ້ນ ໃນການດຳເນີນຄວາມພະຍາຍາມ ທາງ
ດ້ານການທູດ ຢ່າງຂຸ້ນຂ້ຽວຮອບໃໝ່ ຂະນະທີ່ບັນດາ
ປະເທດມະຫາອຳນາດຢູ່ໃນຂົງເຂດພວມຊອກຫາຊ່ອງ
ທາງ ເພື່ອເຈລະຈາຫາທາງແກ້ໄຂວິກິດການທີ່ເກີດຂຶ້ນ
ຈາກ ການຍິງປືນໃຫຍ່ຂອງເກົາຫຼີເໜືອ ໂຈມຕີເກາະໆ
ນຶ່ງຂອງເກົາຫຼີໃຕ້ນັ້ນ. ທ່ານ Bosworth ກ່າວທີ່ກຸງໂຊລວ່າ ການເຈລະຈາຢ່າງຈິງຈັງແມ່ນ
ກະແຈເພື່ອຮັບມືກັບເກົາຫຼີເໜືອແລະທ່ານຫວັງວ່າຄົງຈະເລີ່ມຂຶ້ນໂດຍໄວເທົ່າທີ່ເປັນໄປໄດ້.

ໃນວັນພຸດມື້ອື່ນນີ້ທ່ານ Bosworth ຈະພົບປະກັບລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້
ທ່ານ Kim Sung-hwan ແລະທູດພິເສດທາງດ້ານນິວເຄລຍ ຂອງເກົາຫຼີໃຕ້ ທ່ານ Wi
Sung-lac. ນອກນັ້ນແລ້ວ ທ່ານຍັງຈະເດີນທາງໄປຍັງປະເທດຈີນແລະຍີ່ປຸ່ນນຳດ້ວຍ.

ຂະນະດຽວກັນ ລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ມີກຳນົດວ່າ ຈະ
ເດີນທາງມາຍັງກຸງວໍຊິງຕັນ ໃນສັບປະດານີ້ ເພື່ອກະກຽມການຢ້ຽມຢາມສະຫະລັດ ຂອງ
ປະທານປະເທດຈີນ ທ່ານຫູ-ຈິນເຖົາ ແລະລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ
Robert Gates ກໍຈະເດີນທາງໄປຢ້ຽມຢາມ ປະເທດຈີນ ຍີ່ປຸ່ນ ແລະເກົາຫຼີໃຕ້ ພາຍໃນ
ທ້າຍເດືອນນີ້.

XS
SM
MD
LG