ພວກເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ຕົນໄດ້ຮັບເອົາຂໍ້ສະເໜີ
ຂອງເກົາຫຼີເໜືອ ເພື່ອເປີດການເຈລະຈາຫາລື ໃນລະດັບ
ສູງທາງທະຫານ ຊຶ່ງຈະເປັນການໂອ້ລົມ ເທື່ອທຳອິດລະ
ຫວ່າງປະເທດທັງ 2 ນັບແຕ່ໄດ້ເກີດຄວາມເຄັ່ງຕຶງ ທີ່ລະ
ເບີດຂຶ້ນ ຍ້ອນການຍິງປືນໃຫຍ່ໂຈມຕີຢ່າງຮ້າຍແຮງຂອງ
ເກົາຫຼີເໜືອ ຕໍ່ເກາະດອນນຶ່ງຂອງເກົາຫຼີໃຕ້ ໃນເດືອນພະ
ຈິກຜ່ານມາ.
ເຈົ້າໜ້າທີ່ເກົາຫຼີໃຕ້ທ່ານນຶ່ງກ່າວວ່າ ການສະເໜີຂໍເຈລະ
ຈາ ກ່ຽວກັບບັນຫາຄ້າງຄາຕ່າງໆໄດ້ຖືກສົ່ງໄປຍັງລັດຖະ
ມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ທ່ານ Kim Kwan-jin ຈາກຄູ່ຕຳແໜ່ງຝ່າຍເກົາຫຼີ
ເໜືອ ຄືທ່ານ Kim Yong Chun ໃນວັນພະຫັດມື້ນີ້.
ຕາໜ່າງໂທລະພາບນຶ່ງຂອງເກົາຫຼີໃຕ້ລາຍງານວ່າ ການສະເໜີທີ່ວ່ານີ້ແມ່ນປ່ອຍໃຫ້ເກົາຫຼີ
ໃຕ້ ເປັນຜູ້ພິຈາລະນາເລືອກເອົາວັນເວລາສະຖານທີ່ແລະເນື້ອໃນຂອງການເຈລະຈາ.
ເກົາຫຼີໃຕ້ໄດ້ປະຕິເສດ ຕໍ່ການສະເໜີໃຫ້ເປີດເຈລະຈາຫຼາຍໆຄັ້ງ ຂອງເກົາຫຼີເໜືອນັ້ນວ່າບໍ່
ມີຄວາມຈິງໃຈເປັນການໂຄສະນາຊວນເຊື່ອ ແຕ່ເຊື່ອກັນວ່າການສະເໜີຄັ້ງທີ່ຜ່ານມານັ້ນບໍ່
ໄດ້ມາຈາກເຈົ້າໜ້າທີ່ລະດັບສູງເຖິງຂັ້ນນີ້.