ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອຢາກປັບປຸງ ຄວາມສໍາພັນກັບເກົາຫຼີໃຕ້


ທຸງຊາດເກົາຫຼີເໜືອ ແລະເກົາຫຼີໃຕ້
ທຸງຊາດເກົາຫຼີເໜືອ ແລະເກົາຫຼີໃຕ້

ເກົາຫຼີເໜືອຮຽກຮ້ອງໃຫ້ມີຄວາມສຳພັນທີ່ດີຂຶ້ນກັບເກົາຫຼີໃຕ້ ແລະມີການສົນທະນາຫາລື
ກັນເພີ່ມຕື່ມ ລະຫວ່າງປະເທດຄູ່ປໍລະປັກທັງສອງ.

ບົດບັນນາທິການ ໃນວັນຂຶ້ນປີໃໝ່ທີ່ພິມເຜີຍແຜ່ໂດຍສື່ມວນຊົນຂອງທາງການເກົາຫຼີເໜືອ
ກ່າວວ່າການປະເຊີນໜ້າລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້ຄວນຈະຢຸດເຊົາໂດຍໄວເທົ່າທີ່
ຈະໄວໄດ້.

ບົດບັນນາທິການເວົ້າຕື່ມວ່າ ຄວນຈະມີການດຳເນີນຄວາມພະຍາຍາມຢ່າງແຂງຂັນ ເພື່ອ
ສ້າງບັນຍາກາດ ໃນການສົນທະນາຫາລືແລະການຮ່ວມມືກັນລະຫວ່າງປະເທດທັງສອງ.

ນອກນັ້ນບົດບັນນາທິການດັ່ງກ່າວຍັງເວົ້າວ່າ ເກົາຫຼີເໜືອຊຶ່ງໄດ້ທົດລອງອາວຸດນິວເຄລຍ
ມາແລ້ວສອງເທື່ອນັ້ນ ແມ່ນມີຄວາມໝາຍໝັ້ນຕັ້ງໃຈ ຕໍ່ການປອດອາວຸດນິວເຄລຍ.

ຄວາມສຳພັນລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້ ໄດ້ຊຸດລົງໃນເດືອນພະຈິກ ເວລາເກົາຫຼີ
ເໜືອຍິງປືນໃຫຍ່ຖະຫຼົ່ມ ເກາະໆນຶ່ງຂອງເກົາຫຼີໃຕ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ. ນັບ
ແຕ່ນັ້ນມາ ເກົາຫຼີໃຕ້ກໍໄດ້ທຳການຊ້ອມລົບທາງທະຫານຢ່າງຕໍ່ເນື່ອງ ຮວມທັງການຊ້ອມ ລົບທີ່ໃຊ້ກະສຸນແທ້ໃນເດືອນແລ້ວຢູ່ທີ່ເກາະບ່ອນທີ່ເກົາຫຼີເໜືອໄດ້ຍິງຖະຫຼົ່ມ. ແຕ່ແນວໃດ
ກໍຕາມ ເກົາຫຼີເໜືອບໍ່ໄດ້ປະຕິບັດຕາມຄຳຂູ່ຂອງຕົນທີ່ຈະທຳການໂຈມຕີເທື່ອໃໝ່ນັ້ນ.

XS
SM
MD
LG