ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຂູ່ວ່າ ຈະເຮັດສົງຄາມສັກສິດ ກັບ ສະຫະລັດ ແລະເກົາຫຼີໃຕ້


ເຮືອໄວລຳນຶ່ງຂອງທະຫານເຮືອເກົາຫຼີໃຕ້ ພວມລາດຕະເວັນໃນບໍລິເວນອ້ອມແອ້ມເກາະ Yeonpyong ເຂດແຄມ ຝັ່ງທະເລທາງກໍ້າຕາເວັນຕົກຂອງປະເທດ ຫຼັງຈາກເສັດສິ້ນການຊ້ອມລົບໃກ້ໆຊາຍແດນທາງທະເລທີ່ມີການຂັດ ແຍ້ງກັບເກົາຫຼີເໜືອ (20 ກຸມພາ 2012)
ເຮືອໄວລຳນຶ່ງຂອງທະຫານເຮືອເກົາຫຼີໃຕ້ ພວມລາດຕະເວັນໃນບໍລິເວນອ້ອມແອ້ມເກາະ Yeonpyong ເຂດແຄມ ຝັ່ງທະເລທາງກໍ້າຕາເວັນຕົກຂອງປະເທດ ຫຼັງຈາກເສັດສິ້ນການຊ້ອມລົບໃກ້ໆຊາຍແດນທາງທະເລທີ່ມີການຂັດ ແຍ້ງກັບເກົາຫຼີເໜືອ (20 ກຸມພາ 2012)

ເກົາຫຼີ​ເໜືອ​ຂູ່​ວ່າ ຈະ​ເປີດ​ສາກ​ເຮັດ​ສົງຄາມ​ສັກສິດ ຖ້າ​ເກົາຫຼີ​ໃຕ້​ແລະ​ສະຫະລັດ ຍັງ​ດຳ​ເນີນ​
ການ​ຕໍ່​ໄປກ່ຽວ​ກັບ​ການ​ຊ້ອມ​ລົບ​ທາງ​ທະຫານ​ປະຈຳ​ປີ​ທີ່​ໄດ້​ມີ​ການວາງ​ແຜນ​ໄວ້​ແລ້ວນັ້ນ.

ຄະນະ​ກຳມະການ​ປ້ອງ​ກັນຊາ​ດຂອງ​ເກົາຫຼີ​ເໜືອ​ເອີ້ນການ​ຊ້ອມ​ລົບ​ດັ່ງກ່າວ​ນັ້ນວ່າເປັນການ
ທ້າ​ທາຍ​ຕໍ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງໃນ​ແຫຼມ​ເກົາຫຼີ ​ແລະ​ເປັນການ​ດຳ​ເນີນ​ການເພື່ອ​ທຳ
ລາຍ​ຢ່າງ​ຈະ​ແຈ້ງ.

ນອກ​ນັ້ນ​ ຖະ​ແຫຼງການ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນຊາ​ດຂອງ​ເກົາຫຼີ​ເໜືອ ຍັງ​ໃຫ້​ຮ່ອງ
ຮອຍ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ອາດຈະ​ມີ​ການ​ຕອບ​ໂຕ້​ທາງ​ດ້ານ​ນິວ​ເຄລຍ​ນຳດ້ວຍ​ໂດຍ
ເວົ້າວ່າ ອາວຸດ​ນິວ​ເຄລຍບໍ່​ແມ່ນສະຫະລັດ​ເປັນ​ຜູ້​ຜູກຂາດ​ແຕ່​ພຽງຝ່າຍ​ດຽວ​ແລະ​ພຽງ​ຢາງ
ມີ​ວິທີ​ທີ່​ຮ້າຍ​ແຮງ​ໄປ​ກວ່າ​ອາວຸດ​ນິວ​ເຄລຍຂອງ​ສະຫະລັດອີກ.

ສະຫະລັດ ​ມີ​ແຜນການ​ທີ່​ຈະ​ທຳ​ການ​ຊ້ອມ​ລົບ​ທາງ​ທະຫານ ຮ່ວມກັບເກົາຫຼີ​ໃຕ້ ທີ່​ເອີ້ນວ່າ
“Key Resolve” ​ແຕ່​ວັນ​ທີ 27 ກຸມພາ​ຫາ​ວັນ​ທີ 9 ມີນາ​ແລະ “Foal Eagle” ​ແຕ່​ວັນ
ທີ 1 ມີນາ​ຫາ​ວັນ​ທີ 30 ​ເມສາ. ການ​ຊ້ອມລົບ​ແຕ່ລະຄັ້ງຈະ​ມີ​ທະຫານ​ສະຫະລັດ​ແລະ​ເກົາ
ຫຼີ​ໃຕ້​ເຂົ້າຮ່ວມ​ຫຼາຍພັນ​ຄົນ ​ເພື່ອ​ທຳ​ການ​ຝຶກແອບ​ໃນກົນລະຍຸດທີ່​ອາດ​ຈະ​ມີ​ການ​ນຳ​ໃຊ້​ເພື່ອ
ປົກ​ປ້ອງ​ເກົາຫຼີ​ໃຕ້​ຈາກ​ການ​ຮຸກ​ຮານ​ຂອງ​ເກົາຫຼີ​ເໜືອ.

XS
SM
MD
LG