ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີເກົາຫຼີໃຕ້ວ່າ ໂຄງການນິວເຄລຍຂອງເກົາຫລີເໜືອ ຄວນຈະທັບມ້າງໄດ້ໃນປີໜ້າ

ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak (ກາງ) ເດີນທາງໄປເຖິງກຸງໂຊລ ພ້ອມກັບລັດຖະມົນຕີ ປ້ອງກັນປະເທດ ທ່ານ Kim Tae-young (ທີ 2 ຈາກຂວາ) ຂະນະທີ່ເກົາຫຼີໃຕ້ ອອກຄຳສັ່ງກຽມພ້ອມສູງສຸດ ຫຼັງຈາກເກົາຫຼີເໜືອ ຍິງປືນໃຫຍ່ໂຈມຕີ ເກາະ Yeonpyeong ຂອງເກົາຫຼີໃຕ້ (23 ພະຈິກ 2010)

ປະທານາທິບໍດີເກົາຫຼີໃຕ້ກ່າວວ່າ ໂຄງການອາວຸດນິວເຄຼຍ
ຂອງເກົາຫຼີເໜືອ ຈະຕ້ອງຖືກທັບມ້າງໃນລະຫວ່າງປີໜ້ານີ້
ແລະທ່ານເວົ້າຕື່ມວ່າຊ່ອງທາງດຽວທໍ່ນັ້ນທີ່ຈະດຳເນີນການ
ດັ່ງກ່າວໄດ້ກໍຄືໂດຍຜ່ານການເຈລະຈາ 6 ຝ່າຍລະຫວ່າງ
ເກົາຫຼີເໜືອ ແລະບັນດາປະເທດມະຫາອຳນາດຊັ້ນ​ນໍາໃນພູ
ມີພາກ.

ປະທານາທິບໍດີ Lee Myung-bak ໃຫ້ທັດສະນະດັ່ງກ່າວ
ໃນລະຫວ່າງກອງປະຊຸມ ​ຮັບ​ຟັງ​ລາຍ​ງານ​ຂ່າວ ທີ່ກະຊວງ
ການຕ່າງປະເທດເກົາຫຼີໃຕ້. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ
ທ່ານໄດ້ປ່ຽນທ່າທີຈາກການຢືນຢັດໃນເມື່ອກ່ອນທີ່ວ່າ ພຽງຢາງຕ້ອງໄດ້ສະແດງໃຫ້ເຫັນວ່າ ຕົນມີຄວາມຈິງຈັງກ່ຽວກັບການປົດອາວຸດນິວເຄລຍກ່ອນທີ່ການເຈລະຈາຈະສາມາດເລີ້ມຂຶ້ນ
ໄດ້ນັ້ນຫຼື​ແນວ​ໃດ.

ອີງຕາມທຳນຽບປະທານາທິບໍດີເກົາຫຼີໃຕ້ແລ້ວ ທ່ານ Lee ໄດ້ຊີ້ໃຫ້ເຫັນວ່າ ເກົາຫຼີເໜືອໄດ້
ຕັ້ງເປົ້າໝາຍຂອງຕົນ ທີ່ຈະກາຍເປັນປະເທດທີ່ຍິ່ງໃຫຍ່ ມີອິດທິພົນ ແລະອຸດົມຮັ່ງມີພາຍໃນ
ປີ 2012 ຊຶ່ງເປັນວັນຄົບຮອບ ວັນຄ້າຍວັນເກີດ ຂອງທ່ານກິມອິນຊຸງ ຜູ້ກໍ່ຕັ້ງປະເທດເກົາຫຼີ
ເໜືອ. ຍ້ອນເຫດຜົນດັ່ງກ່າວ ທ່ານ Lee ເວົ້າວ່າ ເກົາຫຼີໃຕ້ກໍຄວນຈະສາມາດບັນລຸຜົນ ​ໃນ ການທັບມ້າງໂຄງການສ້າງອາວຸດນິວເຄລຍຂອງເກົາຫຼີເໜືອລົງໄດ້ ໃນປີໜ້າ.

XS
SM
MD
LG