ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາຂັດແຍ້ງໃນແຫຼມເກົາຫຼີ ອາດສາມາດກາຍເປັນ ສົງຄາມໃຫຍ່ໄດ້


ເຮືອລຳນຶ່ງ ແລ່ນຜ່ານຖານທັບເຄື່ອນທີ່ ຂອງກອງທັບເຮືອເກົາຫຼີໃຕ້ ນອກແຄມຝັ່ງຂອງເກາະ Yeonpyeong ໃກ້ໆເຂດນ່ານນໍ້າ ທີ່ມີການຂັດແຍ້ງ ໃນທະເລເຫຼືອງ (22 ທັນວາ 2010)
ເຮືອລຳນຶ່ງ ແລ່ນຜ່ານຖານທັບເຄື່ອນທີ່ ຂອງກອງທັບເຮືອເກົາຫຼີໃຕ້ ນອກແຄມຝັ່ງຂອງເກາະ Yeonpyeong ໃກ້ໆເຂດນ່ານນໍ້າ ທີ່ມີການຂັດແຍ້ງ ໃນທະເລເຫຼືອງ (22 ທັນວາ 2010)

ພວກນັກຊ່ຽວຊານນາໆຊາດກຸ່ມນຶ່ງ ເຕືອນວ່າ ບັນຫາຂັດ
ແຍ້ງກ່ຽວກັບເລື່ອງເຂດແດນທາງທະເລ ລະຫວ່າງເກົາຫຼີ
ເໜືອແລະເກົາຫຼີໃຕ້ ໃນຂະນະທີ່ປາກົດວ່າພຽງຢາງພວມ
ກະກຽມໃນການປ່ຽນຜູ້ນຳໃໝ່ນັ້ນ ແມ່ນລະເບີດຂຶ້ນໄດ້
ງ່າຍ ແລະເມື່ອຮວມກັນແລ້ວ ກໍອາດຂະຫຍາຍກາຍເປັນ ສົງຄາມໃຫຍ່ໄດ້.

ກຸ່ມວິກິດການນາໆຊາດ ໄດ້ນຳອອກເຜີຍແຜ່ລາຍງານ
ສະບັບນຶ່ງໃນວັນສຸກມື້ນີ້ ຮຽກຮ້ອງໃຫ້ກຸງພຽງຢາງແລະ
ກຸງໂຊລ ຮັບເອົາການໄກ່ເກ່ຍຂອງນາໆຊາດເພື່ອແກ້ໄຂ
ບັນຫາຂັດແຍ້ງດັ່ງກ່າວ.

ເກົາຫຼີເໜືອ ບໍ່ຮັບຮູ້ເສັ້ນກຳນົດເຂດແດນພາກເໜືອໃນທະເລເຫຼືອງຢູ່ນອກແຄມຝັ່ງທະເລ
ກໍ້າຕາເວັນຕົກຂອງແຫຼມເກົາຫຼີ. ເສັ້ນດັ່ງກ່າວນີ້ໄດ້ກຳນົດຂຶ້ນ ໂດຍກອງບັນຊາການສະຫະ
ປະຊາຊາດພາຍໃຕ້ການນຳພາຂອງສະຫະລັດໃນປີ 1953 ໃນຕອນທ້າຍຂອງສົງຄາມ
ເກົາຫຼີ.

ພວກນັກວິຊາການຂອງເກົາຫຼີໃຕ້ ຄາດການວ່າ ພຽງຢາງໄດ້ເພີ່ມທະວີຄວາມເຄັ່ງຕຶງຂຶ້ນ
ເພື່ອເສີມຂະຫຍາຍພາບພົດຂອງທ້າວກິມຈົງອຸນ ລູກຊາຍຂອງທ່ານກິມຈົງອິລຜູ້ນຳຂອງ
ເກົາຫຼີເໜືອ ທີ່ຈະແຈ້ງວ່າເປັນທາຍາດທາງການເມືອງນັ້ນ.

XS
SM
MD
LG