ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອຂູ່ ຈະຍິງ ປືນໃຫຍ່ ໂຈມຕີເກົາຫລີໃຕ້


ລູກໂປ່ງ ທີ່ພວກນັກເຄື່ອນໄຫວເກົາຫລີໃຕ້ ສົ່ງໃບປິວໄປປະນາມຜູ້ນໍາເກົາຫລີເໜືອ ທ່ານກິມຈົງ ອີລ ວັນທີ 16 ກຸມພາ 2011
ລູກໂປ່ງ ທີ່ພວກນັກເຄື່ອນໄຫວເກົາຫລີໃຕ້ ສົ່ງໃບປິວໄປປະນາມຜູ້ນໍາເກົາຫລີເໜືອ ທ່ານກິມຈົງ ອີລ ວັນທີ 16 ກຸມພາ 2011

ເກົາຫລີ​ເໜືອ​ຂົ່ມຂູ່​ໃນ​ວັນ​ອາທິດ​ມື້​ນີ້​ ທີ່ຈະ​ຍິງ​ປືນ​ໃຫຍ່​ໃສ່
ເກົາຫລີ​ໃຕ້​ ຖ້າ​ຫາກເກົາ ຫລີ​ໃຕ້ສືບ​ຕໍ່ປ່ອຍໃຫ້​ພວກ​ນັກ
ເຄື່ອນ​ໄຫວ​ຖິ້ມ​ໃບ​ປິວ​ໂຄສະນາ​ຊວນ​ເຊື່ອ​ເຂົ້າ​ໄປ​ໃນ​ເກົາ
ຫລີ​ເໜືອ ​ທີ່​ນິຍົມ​ລັດທິ Stalin ນັ້ນ. ສູນ​ກາງ​ຂ່າວ​ເກົາ
ຫລີ ຫລື KCNA ຊຶ່ງ​ເປັນອົງການຂ່າວ​ທາງການຂອງ
ເກົາຫລີ​ເໜືອ​ກ່າວ​ວ່າ ​ໄດ້​ມີ​ການ​ສົ່ງ​ຄໍາ​ເຕືອນ​ດັ່ງກ່າວ​ໄປ​
ໃຫ້​ທາງກອງທັບ​ຂອງ​ເກົາຫລີ​ໃຕ້​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້.

ການ​ຂົ່ມ​ຂູ່​ທີ່​ວ່າ​ນີ້​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ມື້​ ຫລັງ​ຈາກ​ມີ​ລາຍ​ງານ​ອອກ​ມາ​ວ່າ ລັດຖະບານ​ເກົາຫລີ​ໃຕ້​ໄດ້​ເອົາ​ໃບ​ປິວ ​ໄປ​ສັບປົນ​ໃສ່​ນໍາ​ຫີບ​ຫໍ່​ສະບຽງ​ຊ່ອຍ​ເຫລືອ​ບັນ​ເທົາ​ທຸກ​ດ້ານ​ມະນຸດສະ​ທໍາ​ ທີ່ພວກ​ນັກ​ເຄື່ອນ​ໄຫວເອກະ​ຊົນ​ ມັດ​ຕິດ​ລູກ​ໂປ່​ງ helium ​ແລ້ວ​ປ່ອຍ​ໃຫ້​ລອຍຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ເກົາຫລີ​ເໜືອ​ນັ້ນ.

ອົງການ​ຂ່າວ KCNA ຍັງ​ກ່າວ​ຫາ​ລັດຖະບານ​ກຸງ​ໂຊນ​ວ່າ ທໍາ​ສົງຄາມຈິດຕະວິທະຍາໃຫ້​ເກີດ​ຂຶ້ນ​ພ້ອມໆ​ກັນ​ກັບ​ການ​ຊ້ອມ​ລົບ​ປະ​ຈໍາປີ​ລະຫວ່າງ​ສະຫະ ລັດ​ແລະ​ເກົາຫລີ​ໃຕ້​ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ຈັນ​ມື້​ອື່ນນີ້ ​ແລະ​ຈະ​ດໍາ​ເນີນ​ໄປ​ເປັນ​ເວລາ 11 ມື້.

ກຸງ​ພຽງ​ຢ້າງໄດ້ກ່າວ​ມາ​ເປັນ​ປະ​ຈໍາ​ວ່າ ການ​ຊ້ອມ​ລົບ​ປະ​ຈໍາປີລະຫວ່າງ​ສອງ​ປະ​ເທດ​ນີ້​ ເປັນ​ການ​ເຝິກຊ້ອມ​ເພື່ອ​ທໍາການ​ຮຸກ​ຮານ​ເກົາຫລີ​ເໜືອ. ທາງ​ກຸງ​ວໍ​ຊິງ​ຕັນ​ແລະ​ກຸງ​ໂຊລ​ກ່າວ​ວ່າ ພວກ​ຕົນ​ບໍ່​ມີ​ເຈດ​ຕະນາ​ທີ່​ຈະ​ທໍາ​ການ​ຮຸກ​ຮານ​ເກົາຫລີ​ເໜືອ​.

XS
SM
MD
LG