ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອເຕືອນ ກ່ຽວກັບການຊ້ອມລົບ ຂອງເກົາຫລີໃຕ້


ຄວາມເຄັ່ງຕຶງໃນແຫລມເກົາຫລີ,
ວັນທີ 19 ກຸມພາ 2012.
ຄວາມເຄັ່ງຕຶງໃນແຫລມເກົາຫລີ, ວັນທີ 19 ກຸມພາ 2012.

ກອງທັບ​ເກົາຫລີ​ເໜືອ​ເຕືອນ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຕົນ​ຈະ​ທໍາ​ການ​ຕອບ​ໂຕ້ ຖ້າ​ຫາກ​ການ​ຊ້ອມ​ລົບ​ຂອງ​ເກົາຫລີ​ໃຕ້​ທີ່​ຈະ​ມີ​ຂຶ້ນ​ໃນ​ຕໍ່ໜ້າ​ນີ້ ລະ​ເມີດ​ເຂດ​ນໍ້າ​ແດນ​ດິນ​ຂອງ​ເກົາຫລີ​ເໜືອ.

ຄໍາ​ປະກາດ​ຂອງ​ອົງການ​ຂ່າວ​ທາງ​ການ​ເກົາຫລີ​ເໜືອໄດ້ເຕືອນ​ພວກ​ປະຊາຊົນ​ໃນ​ເກາະ
5 ​ແຫ່ງ​ ໃກ້ໆ​ກັບ​ຊາຍ​ແດນ​ທາງ​ທະ​ເລທີ່​ເປັນ​ຈຸດ​ຜິດ​ຖຽງ​ກັນ​ໃນ​ທະ​ເລ​ເຫຼືອງນັ້ນ ​ໃຫ້​ອົບ
ພະຍົບໜີອອກ​ໄປກ່ອນ​ເວລາ 9 ​ໂມງ​ເຊົ້າ ວັນ​ຈັນ​ມື້​ອື່ນ. ຜູ້​ປະກາດ​ຂ່າວ​ທາງ​ວິທະຍຸ​ຈາ​ກຸງ
ພຽງ​ຢ້າງ​ເວົ້າ​ວ່າ ຈະ​ມີ​ການໂຈມ​ຕີຕອບ​ໂຕ້​ໂດຍ​ທັນທີ​ແລະ​ຢ່າງ​ບໍ່ມີ​ຄວາມ​ເມດ​ຕາ​ ​ເຖິງ​
ແມ່ນ​ມີ​ລູກປືນ​ຕົກ​ໃສ່​ນໍ້າຂອງ​ເກົາຫລີ​ເໜືອ​ແມ່ນ​ແຕ່​ລູກ​ດຽວ​ກໍ​ຕາມ ​ໃນ​ລະຫວ່າງ​ການ
ຊ້ອມ​ລົບ​ນັ້ນ.

ເກົາຫລີ​ໃຕ້​ໄດ້​ທໍາ​ການ​ຊ້ອມ​ຍິງ​ປືນ​ໃຫຍ່​ຂອງ​ຕົນມາ​ເປັນ​ປະ​ຈໍາ ​ຈາກ 5 ​ເກາະ​ແນວ​ໜ້າ
ໃກ້ໆ​ກັບ​ຊາຍ​ແດນ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ​ນອກ​ຝ່ັງ ທະ​ເລ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ
ແຫລມ​ເກົາຫລີ. ການ​ຊ້ອມ​ລົບ​ທີ່​ວ່ານີ້​ໄດ້​ກະ​ຕຸ້ນ​ໃຫ້​ເກົາຫລີ​ເໜືອ​ຍິງ​ປືນ​ໃຫຍ່​ໃສ່​ຂົງ​ເຂດ
ດັ່ງກ່າວ​ໃນ​ເດືອນພະຈິກ​ປີ 2010 ຊຶ່ງ​ໄດ້​ເອົາ​ຊີວິດ​ຊາວ​ເກົາຫລີ​ໃຕ້​ໄປ 4 ຄົນ​ໃນເກາະ
Yeonpyeong ນັ້ນ.

ອົງການ​ຂ່າວ Yonhap ​ເຄິ່ງທາງ​ການ​ຂອງ​ກຸງ​ໂຊນ ​ໄດ້​ອ້າງ​ເຖິງເຈົ້າໜ້າ​ທີ່​ທ່ານ​ນຶ່ງ​ທີ່​ບໍ່​
ບອກ​ຊື່​ໃຫ້​ຮູ້​ຂອງ​ຄະນະ​ຫົວໜ້າ​ເສນາ​ທິການ​ຮ່ວມໂດຍ​ກ່າວ​ວ່າ ​ເກົາຫລີ​ໃຕ້​ແລະ​ສະຫະ
ລັດ​ຈະ​ດໍາ​ເນີນ​ການ​ຊ້ອມ​ລົບ​ດ້ວຍລູກປືນ​ແທ້​ຕໍ່ຕ້ານ​ເຮືອ​ດໍາ​ນໍ້າ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ​ເຖິງ​
ແມ່ນ​ມີ​ການ​ເຕືອນ​ຈາກ​ເກົາຫລີ​ເໜືອ​ກໍ​ຕາມ.

ບັນດາ​ນັກວິ​ເຄາະ​ແລະ​ພວກ​ນາຍ​ທະຫານ​ສະຫະລັດ​ທີ່​ວີ​ໂອ​ເອຕິດ​ຕໍ່ພົວພັນ​ກ່າວ​ວ່າການ
ແນະ​ນໍາ​ໃຫ້​ອົບ​ພະຍົບ​ແມ່ນ​ຜິດ​ປົກກະຕິ ​ແຕ່​ການ​ຂົ່ມ​ຂູ່​ການ​ຕອບ​ໂຕ້​ຕໍ່​ການ​ຊ້ອມ​ລົບ​ຂອງ
ກອງທັບ​ເກົາຫລີ​ໃຕ້​ນັ້ນ​ແມ່ນເປັນ​ເລື້ອງ​ທໍາ​ມະດາ​ແລະ​ບໍ່​ເປັນສາ​ເຫດ​ທີ່​ພາ​ໃຫ້​ມີ​ການ​ແຕກ
ຕື່ນ​ໃດໆ.

XS
SM
MD
LG