ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ບອກປະຊາຊົນ ບໍ່ໃຫ້ຢ້ານກົວສົງຄາມ ກັບເກົາຫລີເໜືອ


ປະທານາທິບໍດີເກົາຫລີໃຕ້ ທ່ານ ລີ ມີອຸງ ບັກ ກັບກອງກໍາລັງທະຫານເກົາຫຼີໃຕ້.
ປະທານາທິບໍດີເກົາຫລີໃຕ້ ທ່ານ ລີ ມີອຸງ ບັກ ກັບກອງກໍາລັງທະຫານເກົາຫຼີໃຕ້.

ປະທານາທິບໍດີເກົາຫລີໃຕ້ ​ໄດ້​ບອກປະຊາຊົນຂອງທ່ານວ່າ
ເຂົາ​ເຈົ້າ​ຕ້ອງ​ບໍ່ຢ້ານກົວໄພສົງຄາມກັບເກົາຫລີເໜືອແລະວ່າ
ກອງທັບຂອງປະເທດກໍ​ຈະຕ້ອງຕອບໂຕ້ຢ່າງບໍ່ມີການຜ່ອນ
ຜັນຕໍ່ການໂຈມຕີໃດໆຂອງເກົາຫລີເໜືອ ນັ້ນ.

ໃນການຖະແຫລງທາງວິທະຍຸຕໍ່ປະເທດຊາດ​ເປັນປະຈໍາ​ໃນ
ວັນຈັນມື້ນີ້ປະທານາທິບໍດີ ລີ ມີອຸງ ບັກ ຍັງໄດ້ຂໍຮ້ອງ​ໃຫ້
ປະເທດຊາດຈົ່ງຕັ້ງໝັ້ນເປັນອັນນຶ່ງອັນດຽວກັນຕໍ່ໜ້າຂອງ
ການລຸກລານຂອງເກົາຫລີເໜືອໂດຍກ່າວວ່າຮ່ອງຮອຍ
ແຫ່ງການແບ່ງແຍກກັນນັ້ນມີແຕ່ຈະຊຸກຍູ້ໃຫ້​ເກົາຫລີ​ເໜືອ
ທໍາການໂຈມຕີ ຄັ້ງໃໝ່ອີກເທົ່ານັ້ນ.

ຄວາມເຄັ່ງຕຶງລະຫວ່າງສອງເກົາຫລີ ໄດ້ຖີບຕົວຂຶ້ນມາຢູ່
ໃນລະດັບສູງສຸດໃນຮອບຫລາຍສິບປີຜ່ານມາ ນັບຕັ້ງແຕ່
ເກົາຫລີເໜືອຍິງປືນໃຫຍ່ໄປໃສ່ເກາະຂອງເກົາຫລີໃຕ້ ໃນ
ເດືອນຜ່ານມາ ແລະເກົາຫລີໃຕ້ກໍໄດ້ຕອບໂຕ້ດ້ວຍການ ຊ້ອມລົບທາງທະຫານຫລາຍໆບັ້ນ.

ໃນການ​ຂົ່ມຂູ່ທາງ​ວາຈາ​ເທື່ອ​ຫລ້າ​ສຸດໃນວັນຈັນມື້ນີ້ໜັງສືພິມສະບັບ​ສໍາຄັນຂອງເກົາຫລີເໜືອ
ໄດ້​ເອີ້ນການຊ້ອມລົບຂອງເກົາຫລີໃຕ້ນັ້ນວ່າ ເປັນການເກາະຜິດທາງທະຫານທີ່ບໍ່ມີການ
ໄກ່ກອງຢັ້ງຄິດ ແລະເຕືອນວ່າ ຄວາມອົດກັ້ນຂອງ​ພຽງ​ຢາງ​ນັ້ນມີ​ຂອບ​ເຂດ​ຈໍາກັດ. ອາທິດ
ແລ້ວ​ນີ້ ​ເກົາ​ຫລື​ເໜືອ ກໍ​ໄດ້​ຂູ່​ທີ່ຈະ​ທໍາ​ສົງຄາມ​ສັກສິດຕໍ່​ເກົາຫລີ​ໃຕ້ໂດຍ​ໃຊ້​ອາວຸດ​ນິວເຄລຍ.

XS
SM
MD
LG