ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ເກົາຫຼີໃຕ້ຍັງສືບຕໍ່ຢູ່ໃນທ່າ ກຽມພ້ອມລະດັບສູງ


ທາງທະຫານຂອງເກົາຫຼີໃຕ້ຢູ່ໃນທ່າກຽມພ້ອມ

ເກົາຫຼີໃຕ້ຍັງສືບຕໍ່ຢູ່ໃນທ່າກຽມພ້ອມລະດັບສູງ ເພື່ອຮັບມື
ກັບການທ້າທາຍເກາະຜິດໃດໆກໍຕາມຂອງເກົາຫຼີເໜືອ
ໂດຍມີເຮືອບິນລົບອາຍພົ່ນແລະກຳປັ່ນລົບທຳການລາດ
ຕະເວນ ນຶ່ງມື້ຫຼັງຈາກເກົາຫຼີໃຕ້ໄດ້ທຳການຊ້ອມລົບທີ່
ໃຊ້ກະສຸນແທ້ໃກ້ໆແຄມຝັ່ງທະເລຂອງເກົາຫຼີເໜືອ.

ເກົາຫຼີໃຕ້ຍັງສືບຕໍ່ຢູ່ໃນທ່າ ກຽມພ້ອມລະດັບສູງ
ເກົາຫຼີໃຕ້ຍັງສືບຕໍ່ຢູ່ໃນທ່າ ກຽມພ້ອມລະດັບສູງ

ທີ່ກຸງໂຊລ ສະພາຄວາມໝັ້ນຄົງຂອງ
ເກົາຫຼີໃຕ້ໄດ້ທຳການປະຊຸມສຸກເສີນ
ໃນວັນອັງຄານມື້ນີ້ແລະໄດ້ຕົກລົງທີ່ຈະ
ປັບປຸງລະບົບຄຸ້ມຄອງການຮັບມືກັບ
ວິກິດການຂອງປະເທດ ຊຶ່ງໄດ້ອອກ
ແບບເພື່ອຮັບມືກັບການໂຈມຕີໃດໆ
ກໍຕາມຂອງເກົາຫຼີເໜືອນັ້ນ.

ເກົາຫຼີເໜືອ​ໄດ້ກ່າວໃນວັນຈັນວານນີ້ວ່າ ຕົນຈະບໍ່ຕອບໂຕ້ຕໍ່ການຊ້ອມລົບໃຊ້ລູກກະສຸນ
ແທ້ເທື່ອລ່າສຸດຂອງເກົາຫຼີໃຕ້ເຖິງ​ແມ່ນໄດ້ມີການກ່າວ​ຄໍາຂູ່ ກ່ອນໜ້ານີ້ ວ່າຈະທຳການ
ຕອບໂຕ້ຢ່າງໜັກກໍ​ຕາມ. ການຊ້ອມລົບທຳນອງດຽວກັນນີ້ຂອງເກົາຫຼີໃຕ້ໃນເດືອນແລ້ວ ພາໃຫ້ເກົາຫຼີເໜືອຍິງປືນໃຫຍ່ໂຈມຕີ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ.

ບໍ່ມີການສະແດງຮ່ອງຮອຍທີ່ເປັນປໍລະປັກໃດໆຈາກເກົາຫຼີເໜືອໃນວັນອັງຄານມື້ນີ້ ແລະອະດີດນັກການທູດຂອງສະຫະລັດ ທ່ານ Bill Richardson ທີ່ໄດ້ເດີນທາງ
ກັບຄືນໄປຍັງກຸງປັກກິ່ງ ຈາກການຢ້ຽມຢາມພຽງຢາງເປັນເວລາ 5 ມື້ ນັ້ນ ກ່າວວ່າ ເປັນທີ່ປາກົດວ່າເກົາຫຼີເໜືອໄດ້ສຳນຶກຜິດ ກ່ຽວກັບການລະເມີດຝ່າຝືນ​ແຮງເກີນໄປ
ຂອງຕົນ ຕໍ່ຫາງສຽງຂອງນາໆຊາດນັ້ນ.

XS
SM
MD
LG