ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມ​ເຄັ່ງ​ຕຶງ ໃນແຫລມ​ເກົາຫລີ


ການປະທະກັນຂອງສອງເກົາຫຼີ
ການປະທະກັນຂອງສອງເກົາຫຼີ

ເກົາຫລີເໜືອ​ໄດ້​ລະດົມຍິງ​ປືນໃຫ່ຽໃສ່​ເກາະຊາຍ​ແດນ​ທີ່​ມີ
ຜູ້​ອາ​ໄສ​ຢູ່ເກາະ​ນຶ່ງທີ່ ເກົາຫລີໃຕ້​ຄອບ​ຄອງນັ້ນ​ ຊຶ່ງບັງຄັບ​
ໃຫ້ທາງເກົາຫລີໃຕ້ ຍິງໂຕ້ຕອບຄືນ​ແລະສົ່ງເຮືອບິນຣົບ
ຂຶ້ນ​ລາດຕະ​ເວນ ໂດຍ​ໄວ.

ທາງການທະຫານເກົາຫລີໃຕ້ກ່າວວ່າ ທະຫານຄົນນຶ່ງໄດ້
ເສຍ​ຊີວິດ ແລະອີກ 13 ຄົນບາດ​ເຈັບ ໃນການປະທະກັນ
ລະຫວ່າງສອງ​ຝ່າຍທີ່ຮຸນ​ແຮງ​ທີ່​ສຸດໃນ​ຮອບ​ຫຼາຍ​ທົດ​ສະ
ວັດ. ສື່​ມວນ​ຊົນລາຍ​ງານ​ວ່າມີ​ຫຼາຍໆ​ຫລັງ​ເຮືອນ​ຖືກໄຟ​
ໄໝ້ແລະ​ພົນ​ລະ​ເຮືອນ​ສອງ​ຄົນໄດ້​ຮັບ​ບາດ​ເຈັບ. ສ່ວນ​
ໃຫຍ່ຂອງປະຊາຊົນຈໍານວນ 1,200 ຄົນທີ່​ອາ​ໄສ​ຢູ່ໃນ​ເກາະ
Yeonpyeong ນັ້ນ​ ໄດ້​ຖືກ​ຍົກ​ຍ້າຍ​ໃຫ້​ໄປ​ຢູ່​ສະຖານ​ທີ່ ຮອງ​ຮັບສຸກ​ເສີນເພື່ອ​ຄວາມ​ປອດໄພ.

ເຈົ້າໜ້າທີ່ກ່າວ​ວ່າ ​ປະທານາທິບໍດີ ທ່ານ Lee Myung-
bak ​ໄດ້​ຮຽກກອງ​ປະຊຸມສຸກ​ເສີນ​ຂອງ​ພວກລັດຖະມົນ​ຕີ​
ຄວາມໝັ້ນຄົງ​ຂອງ​ປະ​ເທດ​ ​ແລະ​ກໍາລັງຫາ​ທາງ​ປ້ອງ​ກັນບໍ່
ໃຫ້​ການ​ປະ​ທະ​ກັນທະວີຄວາມ​ຮຸນ​ແຮງ​ຍິ່ງຂຶ້ນ​. ​ໃນ​ການ
ສະ​ແດງຄວາມ​ເຫັນ​ໃນ​ຂັ້ນ​ຕົ້ນນັ້ນ ​ທາງ​ການເກົາຫລີ​ໃຕ້​ເອີ້ນ​ການໂຈມ​ຕີຄັ້ງ​ນີ້​ວ່າ ເປັນ​
ການ​ເກາະ​ຜິດ​ທາງ​ທະຫານ​ຢ່າງແຈ້ງຂາວແລະເຕືອນວ່າ ຈະ​ມີ​ການ​ຕອບ​ໂຕ້​ຢ່າງ​ຮຸນ​ແຮງ ຖ້າ​ຫາກ​ຍັງ​ມີ​ການ​ໂຈມ​ຕີຕໍ່​ໄປອີກຢູ່.

ທາງການທະຫານເກົາຫລີໃຕ້ກ່າວວ່າ ການໂຈມ​ຕີທີ່​ວ່າ​ນີ້ໄດ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່ກໍາລັງ​ຂອງ​ຕົນ​ພວມ​ທໍາ​ການ​ຊ້ອມ​ລົບ​ປະ​ຈໍາປີ​ໃນ​ເກາະ​ດັ່ງກ່າວ ທີ່​ຕັ້ງຢູ່​ໃນທະ​ເລ​ເຫຼືອງ ​ຫ່າງ​ຈາກ​ຝັ່ງ ເກົາຫຼີ​ເໜືອ​ ພຽງ​ແຕ່ 12 ກິ​ໂລແມັດ​.

ພວກ​ເຂົາເຈົ້າ​ກ່າວ​ວ່າ ທາງ​ເກົາຫຼີ​ເໜືອ​ໄດ້​ສະ​ແດງ​ການ​ຄັດ​ຄ້ານ​ຕໍ່​ການ​ຊ້ອມ​ລົບ​ຄັ້ງ​ນີ້.

XS
SM
MD
LG