ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ສະເໜີພົບປະ ຄັ້ງໃໝ່ ກັບເກົາຫລີເໜືອ


ປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້.
ປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້.

















ປະທານາທິບໍດິ​ເກົາຫລີ​ໃຕ້​ສະ​ເໜີ​ອີກ​ຄັ້ງ​ໃໝ່​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ເກົາຫລີ​ເໜືອ​
ແລະ​ສະ​ເໜີ​ໃຫ້ການ​ຊ່ອຍ​ເຫລືອ​ດ້ານ​ການ​ເງິນ ​ຖ້າ​ຫາກ​ລັດຖະບານ​ກຸງ​ພຽງຢາງ​ຍົກເລີກໂຄງ
ການ​ຜະລິດ​ອາວຸດ​ນີວ​ເຄລຍ​ແລະລູກ​ສອນ​ໄຟ​ຂອງ​ຕົນ.

ແຕ່​ໃນ​ຄໍາ​ປາ​ໄສ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ໃຫ້​ກຽດ​ ແກ່​ການ​ດີ້ນຮົນຕໍ່ສູ້ ສຳລັບຄວາມເປັນ​ເອກກະລາດ​ຂອງ​ເກົາຫລີ​ໃຕ້​ນັ້ນ ປະທານາທິບໍດີ​ຫລີ​ມິ​ອອງພັກ ກ່າວ​ເຊ່ນ​ກັນ​ວ່າ ​ເກົາຫລີ​ເໜືອ​ຈະ​ຕ້ອງ​ເອົາມາດ​ຕະການ​ຮັບຜິດຊອບ​ຕ່າງໆ​ກ່ຽວກັບ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ໃສ່​ເກົາຫລີ​ໃຕ້​ໃນ​ປີ​ແລ້ວ​ນີ້.

ຄວາມ​ພະຍາຍາມ​ຄັ້ງ​ຫລ້າ​ສຸດ​ໃນ​ການໂອ້​ລົມ​ເຈລະຈາ​ກັນ​ສອງ​ຝ່າຍໄດ້​ພັງ​ທະລາ​ຍລົງ​ໃນ​ເດືອນ​ແລ້ວ​ນີ້ ​ເວລາ​ຝ່າຍ​ເກົາຫລີ​ໃຕ້​ຢືນ​ຢັດ​ວ່າເກົາຫລີ​ເໜືອ​ຕ້ອງ​ຍອມຮັບ​ວ່າ​ຕົນ​ເປັນຜູ້​ເຮັດ​ໃຫ້​ກໍາ​ປັ່ນ​ລົບ​ຂອງ​ເກົາຫລີ​ໃຕ້​ລໍາ​ນຶ່ງ​ຫຼົ້ມ​ໃນ​ເດືອນ​ມີນາ​ໃນ​ປີ​ແລ້ວ​ນີ້ ​ແລະ​ຂໍ​ຂະ​ມາ​ໂທດ​ໃນ​ການ​ຍິງ​ປືນ​ໃຫຍ່​ໃສ່​ເກົາຫລີ​ໃຕ້​ໃນ​ເດືອນ​ພະຈິກ​ປີ​ແລ້ວນີ້ ຊຶ່ງ​ການໂຈມ​ຕີ 2 ຄັ້ງ​ໄດ້​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ໄປ 50 ຄົນ​ນັ້ນ.

ຄວາມ​ເຄັ່ງ​ຕຶງ​ເພີ່ມ​ທະວີ​ຂຶ້ນ​ອີກເວລາ​ການ​ຊ້ອມ​ລົບ​ປະ​ຈໍາປີ​ທີ່​ພົວພັນກັບກຳລັງ​ຂອງ​ສະຫະ
ລັດ​ແລະ​ຂອງ​ເກົາຫລີ​ໃຕ້​ຫລາຍ​ພັນ​ຄົນ​ເລີ້ມ​ຂຶ້ນ​ໃນ​ສັບປະດາ​ນີ້. ​ເກົາຫລີ​ເໜືອ​ເອີ້ນ​ການ​ຊ້ອມ​
ລົບ​ດັ່ງກ່າວ​ວ່າ​ເປັນ​ການເຝິກຊ້ອມ​ເພື່ອ​ການ​ຮຸກ​ຮານ ແລະ​ທາງ​ກຸງ​ພຽງ​ຢັ້ງ​ຂົ່ມຂູ່​ວ່າ​ຈະ​ເຮັດ​ໃຫ້
ເກົາຫລີໃຕ້ກາຍ​ເປັນ​ທະ​ເລ​ໄຟ​ໄປ.

XS
SM
MD
LG