ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອແລະໃຕ້ ຕົກລົງເວລາ ໃນການພົບປະກັນ


ປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້.
ປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້.

ເກົາຫລີ​ເໜືອ​ແລະ​ໃຕ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ຕົກລົງ​ກັນ​ເອົາ​ວັນ​ທີ 8 ​ເດືອນ​ກຸມພາ​ນີ້ ​ເປັນ​ມື້​ລິ​ເລີ້ມ​ການ​ພົບ​ປະ​ເຈລະຈາ​ທາງ​ທະຫານ​ກັນ​ໂດຍ​ກົງ ຊຶ່ງ​ແມ່ນ​ 3 ມື້ ໄວ​ກວ່າທີ່​ທາງ​ຝ່າຍ​ກຸງ​ໂຊນ​ໄດ້​ສະ​ເໜີ​ໄປ​ກ່ອນ​ໜ້ານີ້ ຄືວັນ​ທີ 11 ກຸມພາ​ນັ້ນ.

ປະທານາທິບໍດີ ຫລີ​ມິ​ອອງພັກ ​ແຫ່ງ​ເກົາຫລີ​ໃຕ້​ກ່າວ​ວ່າ ຖ້າ​ຫາກ​ການ​ເຈລະຈາ​ກັນ​ດໍາ​ເນີນ​ໄປ​ດີ ​ແລະ​ເກົາຫລີ​ເໜືອ​ປ່ຽນແປງ​ຄວາມ​ປະພຶດຂອງ​ຕົນ ທ່ານ​ກໍຈະເຕັມ​ໃຈ​ທີ່​ຈະ​ພົບ​ປະ​ກັບ​ທ່ານ ກິມຈົງອີລ ໃນ​ກອງ​ປະຊຸມສຸດ​ຍອດ​ຄັ້ງ​ທໍາ​ອິດ ລະຫວ່າງ​ສອງ​ເກົາຫລີ ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ.

ທ່ານ​ຫລີ ກ່າວເຊ່ນ​ນີ້​ໃນ​ລາຍ​ການ​ສົນທະນາ​ກັນ​ທີ່​ຖ່າຍ​ທອດ​ອອກທາງ​ໂທລະພາບ ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ທ່ານ​ໄດ້​ກ່າວ​ຕື່ມວ່າ ທ່ານ​ມີ​ຄວາມ​ຫວັງຢ່າງ​ສູງ ​ວ່າ​ເກົາຫລີ​ເໜືອ​ ຄົງພ້ອມ​ແລ້ວທີ່​ຈະ​ທໍາ​ການ​ປ່ຽນ​ແປງ​ຄວາມ​ປະພຶດ​ຂອງ​ຕົນ ຫລັງ​ຈາກ​ທີ່​ໄດ້ທໍາ​ການ​ເຄື່ອນ​ໄຫວ​ແບ​ບເກາະ​ຜິດ​ຕິດ​ຕໍ່​ກັນ​ມາ​ຫລາຍ​ຄັ້ງ. ທ່ານ​ຫລີ​ກ່າວ​ອີກວ່າ ການ​ພົບ​ປະ​ຫາລື​ກັນ​ທາງທະຫານ ​ແມ່ນ​ອໍານວຍ​ໂອກາດ​ອັນ​ດີ​ສໍາລັບ​ກຸງ​ພຽງ​ຢ້າງ​ທີ່​ຈະ​ສະ​ແດງ​ໃຫ້​ເຫັ​ນເຖິງ​ເຈດຕະນາ​ຂອງ​ຕົນ.

XS
SM
MD
LG