ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ ທຣຳ ຫວັງວ່າ ການເຈລະຈາ ເກົາຫຼີ ຈະມີຫຍັງຫຼາຍໄປກວ່າ ກິລາໂອລິມປິກ


ປະທານາທິບໍດີ ດໍໂນລ ທຣຳ ພ້ອມກັບຮອງປະທານາທິບໍດີ ໄມຄ໌ ເພັນສ໌, ຊ້າຍ, ຜູ້ນຳສຽງສ່ວນຫຼາຍສະພາຕໍ່າພັກຣີພັບ
ບລີກັນທ່ານ ສຕີຟ ສກາລີສ໌, ຂວາ, ກ້່ສູຳປາໄສຕໍ່ສະມາຊິກ
ສື່ມວນຊົນທີ່ ແຄັມປ໌ ເດວິດ, ລັດ ແມຣີແລນ.
ປະທານາທິບໍດີ ດໍໂນລ ທຣຳ ພ້ອມກັບຮອງປະທານາທິບໍດີ ໄມຄ໌ ເພັນສ໌, ຊ້າຍ, ຜູ້ນຳສຽງສ່ວນຫຼາຍສະພາຕໍ່າພັກຣີພັບ ບລີກັນທ່ານ ສຕີຟ ສກາລີສ໌, ຂວາ, ກ້່ສູຳປາໄສຕໍ່ສະມາຊິກ ສື່ມວນຊົນທີ່ ແຄັມປ໌ ເດວິດ, ລັດ ແມຣີແລນ.

ປະທານາທິບໍດີ ສະຫະລັດທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານຫວັງວ່າ ກອງປະຊຸມທີ່ຫາ
ກໍວາງແຜນວ່າຈະຈັດຂຶ້ນ ລະຫວ່າງເກົາຫຼີເໜືອກັບເກົາຫຼີໃຕ້ ຈະມີຫຼາຍກວ່າ “ເລື່ອງ
ກິລາໂອລິມປິກ ເທົ່ານັ້ນ” ທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ສະຫະລັດ ຈະປະກອບສ່ວນ
“ໃນເວລາທີ່ເໝາະສົມ.”

ທ່ານ ທຣຳ ໄດ້ຈັດກອງປະຊຸມນັກຂ່າວແບບບໍ່ເຄີຍມີມາກ່ອນຂຶ້ນ ໃນວັນເສົາວານນີ້
ຢູ່ສະຖານທີ່ພັກຜ່ອນ ຂອງປະທານາທິບໍດີ ໃນ ແຄມປ໌ ເດວິດ ບ່ອນທີ່ທ່ານໄດ້ພົບປະ
ກັບພວກສະມາຊິກສະພາສັງກັດພັກຣິພັບບລິກັນ. ກ່ຽວກັບກອງປະຊຸມທີ່ຈະມີຂຶ້ນ
ລະຫວ່າງ ລັດຖະບານ ໂຊລ ກັບ ລັດຖະບານ ພຽງຢາງ ນັ້ນ ທ່ານທຣຳເວົ້າວ່າ “ຂ້າ
ພະເຈົ້າຫວັງວ່າ ມັນຈະດຳເນີນໄປດີ.”

ທ່ານເວົ້າຕໍ່ໄປວ່າ “ຂ້າພະເຈົ້າຢາກເຫັນແທ້ໆວ່າ ມັນຈະມີຫຼາຍກວ່າເລື່ອງໂອລິມປິກ
ແລະ ພວກເຮົາຈະເຂົ້າພົວພັນໃນເວລາອັນເໝາະສົມ.”

ໃນການຕີລາຄາ ກ່ຽວກັບ ການໂອ້ລົມທີ່ຈະມີຂຶ້ນ ລະຫວ່າງສອງ ເກົາຫຼີ ໃນວັນທີ 9
ມັງກອນ ມື້ຮືນີ້ ທ່ານ ທຣຳ ກ່າວວ່າ “ຖ້າຫາກມີອັນໃດອັນນຶ່ງເກີດຂຶ້ນ ແລະມີຜົນອັນ
ໃດອັນນຶ່ງອອກມາຈາກການສົນທະນາດັ່ງກ່າວ ມັນຈະເປັນການດີຫຼາຍສຳລັບມວນ
ມະນຸດທັງໝົດ. ມັນຈະເປັນສິ່ງຍິ່ງໃຫຍ່ສຳລັບໂລກຂອງພວກເຮົາ”

ນອກຈາກນັ້ນ ທ່ານປະທານາທິບໍດີ ຍັງກ່າວວ່າ ທ່ານໄດ້ເວົ້າລົມກັບຜູ້ນຳເກົາຫຼີໃຕ້
ທ່ານ ມູນ ແຈ-ອິນ ຜູ້ທີ່ໄດ້ “ຂອບໃຈຂ້າພະເຈົ້າຢ່າງໃຫຽ່ ໃນການເອົາຈຸດຢືນຢ່າງໝັ້ນ
ໜຽວ.”

“ທ່ານຕ້ອງໄດ້ມີອັດທະຍາໄສ ແບບໃດແບບນຶ່ງ ແລະທ່ານຕ້ອງໄດ້ຕຽມພ້ອມ ທີ່ຈະ
ເຮັດອັນໃດອັນນຶ່ງ ແລະຂ້າພະເຈົ້າກໍພ້ອມແລ້ວ ທີ່ຈະເຮັດສິ່ງດັ່ງກ່າວ.” ນັ້ນຄືຄຳເວົ້າ
ຂອງທ່ານ ທຣຳ ທີ່ສະເໜີແນະວ່າ ພາສາທີ່ໜັກແໜ້ນຂອງທ່ານໄດ້ຊ່ອຍຊັກຊວນ
ໃຫ້ ເກົາຫຼີເໜືອ ມານັ່ງລົມກັນກັບ ເກົາຫຼີໃຕ້.

ເມື່ອບໍ່ດົນມານີ້ ທ່ານ ທຣຳ ກັບທ່ານ ຄິມ ໄດ້ໂຈມຕີກັນໄປມາ ກ່ຽວກັບຄັງອາວຸດນິວ
ເຄລຍ ຂອງພວກເພິ່ນ.

ໃນຄຳປາໄສປີໃໝ່ນັ້ນ ທ່ານ ຄິມເວົ້າວ່າ ເພິ່ນມີ“ປຸ່ມບີບນິວເຄຼຽ” ຢູ່ເທິງໂຕະໃນຫ້ອງ
ການຂອງເພິ່ນ ແລະຂົ່ມຂູ່ວ່າ “ດິນແດນ ສຫຣ ທັງໝົດແມ່ນຢູ່ໃນວົງລັດສະໝີການ
ໂຈມຕີດ້ວຍນິວເຄລຍຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

VOA Korean Service Interviews US-Korea Experts
please wait

No media source currently available

0:00 0:02:05 0:00

XS
SM
MD
LG