ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ທະຫານຂອງ ສອງເກົາຫລີ ທໍາການ ເຈລະຈາກັນຢ່າງເຄັ່ງຂຶມ


ພວກນາຍທະຫານເກົາຫລີເໜືອ ພາກັນຍ່າງໄປຍັງບ້ານຊາຍແດນ Panmunjom ເພື່ອເຂົ້າຮ່ວມການເຈລະຈາ ກັບຝ່າຍເກົາຫລີໃຕ້, ວັນທີ 8 ກຸມພາ 2011.
ພວກນາຍທະຫານເກົາຫລີເໜືອ ພາກັນຍ່າງໄປຍັງບ້ານຊາຍແດນ Panmunjom ເພື່ອເຂົ້າຮ່ວມການເຈລະຈາ ກັບຝ່າຍເກົາຫລີໃຕ້, ວັນທີ 8 ກຸມພາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ກ່າວ​ວ່າ ການ​ເຈລະຈາທາງ​ດ້ານ
ທະຫານ​ກັບ​ເກົາຫລີ​ເໜືອ​ກໍາລັງ​ຄືບ​ໜ້າ​ຕໍ່​ໄປພາຍໃຕ້​ບັນຍາ
ກາດ​ທີ່​ເຄັ່ງຂຶມ​ແລະ​ບໍ່​ມີການສະແດງທ່າ​ທີ​ທາງ​ການ​ເມືອງ
ພົວພັນ​ນໍາ.

ພວກ​ທະຫານ​ໃນ​ຂັ້ນ​ພັນ​ເອກ​ຂອງ​ສອງ​ປະ​ເທດ​ໄດ້​ພົບ​ປະກັນ​ເປັນ​ເວລາ​ເກືອບນຶ່ງຊົ່ວ​ໂມງ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ແລະ​ພົບ​ປະກັນ​ອີກ​ຫລັງຈາກກິນ​ເຂົ້າທ່ຽງ​ແລ້ວ. ການ​ພົບ​ປະ​ຫາລື​ກັນ​ດັ່ງກ່າວ​ ນັບ​ວ່າ​ເປັນ​ຄັ້ງ​ທໍາ​ອິດ​ລະຫວ່າງ​ສອງ​ເກົາຫລີ ນັບ​ແຕ່​ເກົາຫລີ​ເໜືອ​ໄດ້​ຍິງ​ປືນໃຫຍ່​ໂຈມ​ຕີເກາະນ້ອຍ​ແຫ່ງ​ນຶ່ງ​ຂອງ​ເກົາ​ຫລີ​ໃຕ້​ໃນ​ເດືອນ​ພະ​ຈິກປີ​ແລ້ວ​ນີ້​ ເປັນຕົ້ນມາ.

ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້​ໄດ້​ນຳອອກເຜີຍແຜ່​ຮູບ​ພາບ​ການ​ຈັບ​ມື​ກັນຂອງ​ພວກ​ນາຍ​ທະຫານ 2 ຝ່າຍ ກ່ອນ​ການໂອ້​ລົມ​ສົນທະນາ​ກັນ​ເລີ້ມ​ຂຶ້ນ​ທີ່ບ້ານ​ຊາຍ​ແດນ Panmujom ນັ້ນ. ​ໂຄສົກ​ທ່ານ​ນຶ່ງ​ກ່າວ​ວ່າ ສອງ​ຝ່າຍ​ໄດ້​ທໍາ​ການ​ສົນທະ​ນາ​ຫາລືກັນ​ເລື້ອງ​ລາຍການ​ປະຊຸມ​ແລະ​ການ​ດໍາ​ເນີນ​ຂັ້ນ​ຕອນ​ສໍາລັບ​ການ​ພົບ​ປະກັນ​ໃນ​ລະດັບທີ່​ສູງ​ຂຶ້ນ ​ແລະ​ວ່າບໍ່​ໄດ້​ມີ​ການ​ໂຕ້​ແຍ້​ງກັນ​ໃດໆ​ທາງດ້ານ​ການເມືອງ​ຈາກ​ທັງ​ສອງ​ຝ່າຍ​ນັ້ນ.

XS
SM
MD
LG