ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີ​ເໜືອ ແລະເກົາຫລີໃຕ້ ຍັງສືບຕໍ່ເຈລະຈາ ໃນຂັ້ນກະກຽມ (ວີດິໂອ)


ທ່ານ Chun Hae-sung (ຊ້າຍ) ເຈົ້າໜ້າທີ່ ດ້ານນະໂຍບາຍທ້ອນໂຮມຊາດຂອງເກົາຫລີໃຕ້ ຈັບມືກັບ
ທ່ານນາງ Kim Song Hye (ຂວາ) ຫົວໜ້ານໍາພາຄະນະຜູ້ແທນ ເກົາຫລີເໜືອ ລຸນຫລັງສິ້ນສຸດກອງປະຊຸມຢູ່ພາກໃຕ້ຂອງບ້ານ​ສະຫງົບ​ເສິກປັນມຸນ​ຈອມໃນເຂດຊາຍ​ແດນ ຂອງສອງປະເທດ.
ທ່ານ Chun Hae-sung (ຊ້າຍ) ເຈົ້າໜ້າທີ່ ດ້ານນະໂຍບາຍທ້ອນໂຮມຊາດຂອງເກົາຫລີໃຕ້ ຈັບມືກັບ ທ່ານນາງ Kim Song Hye (ຂວາ) ຫົວໜ້ານໍາພາຄະນະຜູ້ແທນ ເກົາຫລີເໜືອ ລຸນຫລັງສິ້ນສຸດກອງປະຊຸມຢູ່ພາກໃຕ້ຂອງບ້ານ​ສະຫງົບ​ເສິກປັນມຸນ​ຈອມໃນເຂດຊາຍ​ແດນ ຂອງສອງປະເທດ.
ການເຈລະຈາກັນລະຫວ່າງເຈົ້າໜ້າທີ່ເກົາຫລີເໜືອ ແລະ
ເກົາຫລີໃຕ້ ໄດ້ແກ່ຍາວມາຮອດຕອນເຊົ້າມືດ​ຂອງວັນຈັນ
ມື້ນີ້ ໃນຂະນະທີ່ຄະນະຜູ້ແທນເຮັດວຽກຮ່ວມກັນ ເພື່ອວາງ
ກົດລະບຽບພື້ນຖານສໍາລັບກອງປະຊຸມລະຫວ່າງລັດຖະ
ບານທັງ​ສອງ ທີ່ຈະມີຂຶ້ນໃນກຸງໂຊລ ໃນອາທິດນີ້.

ການພົບປະກັນໃນວັນອາທິດວານນີ້ ຢູ່ທີ່ບ້ານ​ສະຫງົບ​ເສິກ
ປັນ​ມຸນ​ຈອມໃນເຂດຊາຍ​ແດນ ເປັນການພົບປະທໍານອງ​ນີ້
ຄັ້ງທໍາອິດລະຫວ່າງສອງເກົາຫລີ ໃນຮອບສອງປີຜ່ານມາ.

ທ່ານ Kim Hyung-Seok ໂຄສົກປະຈໍາກະຊວງ​ທ້ອນ​ໂຮມ
ຊາດເກົາຫລີ​ໃຕ້ ກ່າວຕໍ່ຜູ້ສື່ຂ່າວ​ວ່າ ທັງສອງຝ່າຍໄດ້ຕົກລົງກັນວ່າ ກອງປະຊຸມທີ່ຈະມີ
ຂຶ້ນໃນໄວໆນີ້ ຈະເພັ່ງເລັງໃສ່ການ​ເປີດທຸລະກິດ​ຮ່ວມ ຂອງສອງປະເທດເກົາຫລີ​ ຢູ່ໃນ
ເກົາຫລີເໜືອ ທີ່ຖືກຢຸດສະງັກໄປນັ້ນຄືນ​ໃໝ່ ແລະໃສ່ການພົບພໍ້ກັນ ລະຫວ່າງຄອບຄົວ ທີ່ແຕກແຍກກັນ ໃນແຫລມເກົາຫລີ.

ການເຈລະຈາໃນວັນອາທິດວານນີ້ ທີ່ດໍາເນີນໄປເປັນເວລາ 18 ຊົ່ວໂມງນັ້ນ ມີຂຶ້ນລຸນຫລັງ
ທີ່ກຸງພຽງ​ຢາງ ​ໄດ້​ສະ​ເໜີຂຶ້ນ​ມາ​ແບບບໍ່​ຄາດ​ຝັນ​ໃນອາທິດ​ແລ້ວນີ້ວ່າ ​ໃຫ້ມີການ​ເຈລະຈາ
​ກັນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ໃນ​ການທີ່​ຈະ​ເປີດເຂດ​ອຸດສາຫະກໍາ​ຮ່ວມ Kaesong ​ຄືນ​
ໃໝ່ ຊຶ່ງເປັນໂຮງງານທີ່ທັງ​ສອງ​ຝ່າຍ​ບໍລິຫານຮ່ວມກັນ ແລະຕັ້ງຢູ່​ເໜືອຊາຍ​ແດນລະຫວ່າງ
ປະ​ເທດທັງ​ສອງ​ຂຶ້ນ​ໄປ​ໜ້ອຍນຶ່ງ ທີ່​ໄດ້​ຖືກ​ປິດ​ລົງ​ໃນ​ເດືອນ​ເມສາຜ່ານ​ມາ ທ່າມກາງຄວາມ
ເຄັ່ງຕືງ ທີ່ເພີ້​ມທະວີ​ຂຶ້ນ.

ນອກນັ້ນ ພຽງຢາງຍັງໄດ້ສະເໜີໃຫ້​ມີການສົນທະນາກັນ ກ່ຽວກັບການນໍາທ່ຽວຂ້າມຊາຍ
ແດນ ​ໄປ​ຍັງ​ບ່ອນ​ຕາກອາກາດທີ່​ພູ Kumgang ຂອງ​ເກົາຫຼີ​ເໜືອ. ເກົາຫລີໃຕ້ໄດ້ຫ້າມ
ການ​ໄປທ່ຽວທີ່ນັ້ນ ຫລັງຈາກທະຫານ​ເກົາຫຼີ​ເໜືອ ​ຍິງ​ນັກ​ທ່ອງ​ທ່ຽວ​ເກົາຫຼີ​ໃຕ້​ຄົນນຶ່ງຕາຍ ​
ໃນ​ປີ 2008.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG