ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາ​ຫຼີເໜືອ ແລະ​ເກົາ​ຫຼີ​ໃຕ້ ສຳ​ຫຼວດ ລາງ​ລົດ​ໄຟ ທີ່​ຖືກ​ຕັດ​ຂາດ ແຕ່​ສະ​ໄໝ​ສົງ​ຄາມ


ລົດ​ໄຟ​ເກົາ​ຫຼີ​ໃຕ້ ບັນ​ທຸກ​ເຈົ້າ​ໜ້າ​ທີ່​ຂອງ​ປະ​ເທດ ແລ່ນ​ມຸ່ງ​ໜ້າ ເຂົ້າ​ສູ່​ເຂດ ເກົາ​ຫຼີ​ເ​ໜືອ ໃນ​ວັນ​ເສົາ​ມື້ນີ້. (30 ພະ​ຈິກ 2018)
ລົດ​ໄຟ​ເກົາ​ຫຼີ​ໃຕ້ ບັນ​ທຸກ​ເຈົ້າ​ໜ້າ​ທີ່​ຂອງ​ປະ​ເທດ ແລ່ນ​ມຸ່ງ​ໜ້າ ເຂົ້າ​ສູ່​ເຂດ ເກົາ​ຫຼີ​ເ​ໜືອ ໃນ​ວັນ​ເສົາ​ມື້ນີ້. (30 ພະ​ຈິກ 2018)

ລົດ​ໄຟ​ຂອງ​ເກົາ​ຫຼີ​ໃຕ້ ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ເກົາ​ຫຼີ​ເໜືອ ໃນ​ວັນ​ສຸກມື້ນີ້ ໃນ​ຂະ​ນະ​ທີ່​ປະ​ເທດ​ທັງ​ສອງ ເລີ້ມກວດ​ກາ​ລະ​ບົບ​ລາງ​ລົດ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ພວກ​ເຂົາເຈົ້າ​ຫວັງ​ວ່າ ຈະ​ເຊື່ອມ​ຕໍ່​ກັບ​ເກົາ​ຫຼີ​ໃຕ້​ນັ້ນ.

ເຈົ້າ​ໜ້າ​ທີ່​ປະ​ມານ 30 ຄົນ​ຈາກ​ແຕ່​ລະ​ຝ່າຍ​ ຈະ​ເຂົ້​າ​ຮ່ວມ​ໃນ​ການສຳຫຼວດ ລາງ​ລົດ​ໄຟ​ເປັນ​ເວ​ລາ 18 ມື້ ທີ່​ໄດ້​ຖືກ​ຕັດ​ຂາດ ນັບ​ແຕ່​ສົງ​ຄາມ​ເກົາ​ຫຼີ.

ລັດ​ຖະ​ມົນ​ຕີ​ທ້ອນ​ໂຮມ​ຊາດ ​ເກົາ​ຫຼີ​ໃຕ້ ທ່ານ​ໂຈ ມຸງ ກອນ ກ່າວ​ໃນ​ລະ​ຫວ່າງພິ​ທີ ​ທີ່​ຈັດ​ຂຶ້ນຢູ່​ສະ​ຖ​າ​ນີ ດໍ​ຣາ​ຊານ ໃກ້ໆ​ຊາຍ​ແດນ​ຂອງ​ປະ​ເທດ​ທັງ​ສອງ ໂດຍ​ເວົ້າ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ການ​ປຶກ​ສາ​ຫາ​ລື​ທີ່​ໃກ້​ຊິດ ກ່ຽວ​ກັບ​ປະ​ເທດ​ທັງ​ສອງ ຊຶ່ງໂຄງ​ການ​ເຊື່ອມ​ຕໍ່​ລາງ​ລົດ​ໄຟ ລະ​ຫວ່າງ​ເກົາ​ຫຼີ​ເໜືອ ກັບ​ເກົາ​ຫຼີ​ໃຕ້ ອາດ​ຈະ​ດຳເນີນ​ຕໍ່​ໄປ ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ນາໆ​ຊາດ.”

ແຕ່​ແນວ​ໃດ​ກໍ​ຕາມ ທັງ​ສອງ​ເກົາ​ຫຼີບໍ່​ສາ​ມາດ​ດຳ​ເນີນ​ການ​ຕໍ່​ໄປ​ຕື່ມ​ອີກ​ກ່ຽວ​ກັບ​ໂຄງ​ການນີ້ ໂດຍ​ປາ​ສະ​ຈາກ​ການ​ຍົກ​ເລີກ ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ຕໍ່​ເກົາ​ຫຼີ​ເໜືອ. ສະ​ຫະ​ລັດ​ກ່າວ​ວ່າ ການ​ລົງ​ໂທດ​ຍັງ​ຈະ​ມີ​ຜົນ​ບັງ​ຄັບ​ຕໍ່​ໄປ ຈົນ​ກວ່າ​ເກົາຫຼີ​ເໜືອ​ເອົາ​ມາດ​ຕະ​ການທີ່​ໜັກ​ແໜ້ນ ໄປ​ສູ່​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ​ໂດຍ​ເຕັມ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ໃຫ້​ການ​ຍົກ​ເວັ້ນ​ເປັນ​ກໍ​ລະ​ນີ​ພິ​ເສດ​ໃນ​ອາ​ທິດ​ແລ້ວ ໂດຍ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກ່ຽວ​ກັບ​ໂຄງ​ການ​ປັບ​ປຸງ​ໂຄງ​ລ່າງ​ພື້ນ​ຖານ​ຂ້າມ​ຊາຍ​ແດນ​ດັ່ງ​ກ່າວນີ້

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG