ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີໃຕ້ ຈັບຊາຍ 2 ຄົນ ໃນຂໍ້ຫາ ເກັບກໍາຂ່າວລັບ ທາງທະຫານ


ແຜນທີ່ເກົາຫຼີໃຕ້
ແຜນທີ່ເກົາຫຼີໃຕ້
















ຕໍາຫຼວດ​ເກົາຫຼີ​ໃຕ້​ກ່າວ​ວ່າ ພວກ​ຕົນ​ໄດ້​ຈັບ​ກຸມ​ຜູ້​ຊາຍ 2 ຄົນ​ໃນ​ຂໍ້​ຫາ ຖານເກັບ​ກຳ​ຂ່າວ​ລັບ
​ທາງ​ທະຫານ​ໃຫ້​ເກົາຫຼີ​ເໜືອ.

ຕໍາຫຼວດ​ເວົ້າ​ວ່າ ຜູ້​ຊາຍທັງ 2 ຖືກ​ຈັບ​ກຸມ​ໃນ​ຕົ້ນ​ເດືອນ​ນີ້ ຫຼັງ​ຈາກ​ຖືກ​ກ່າວ​ຫາ​ວ່າ ​ເກັບ​ກໍາ
​ຂ່າວ​ຂໍ້​ມູນ​ກ່ຽວ​ກັບ​ເຄື່ອງ​ອຸ​ບປະກອນ​ທີ່​ສາມາດ​ລົບ​ກວນ​ສັນຍານ​ຂອງ​ລະບົບ​ຊອກ​ຫາ
​ທິດ​ທາງ​ຂອງໂລກ ​ຫຼື GPS ແລະ​ອຸບປະກອນ​ທີ່ມີ​ຄວາມ​ສຳຄັນ​ຫລໍ່​ແຫຼມ​ທາງ​ທະຫານ
​ອື່ນໆ.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້ເປີດ​ເຜີຍ​ວ່າ ​ພວກ​ຜູ້​ຊາຍ 2 ຄົນ​ນີ້​ ຜູ້​ນຶ່ງ​ມີ ນາມສະກຸນ​ວ່າ ຫຼີ ​ໄວ 74 ປີ​ແລະ​ອີກ​ຄົນ​ນຶ່ງ​ເປັນ​ນັກທຸລະກິດ​ໄວ 56 ປີ ​ແລະມີ​ນາ​ມສະກຸນວ່າ ກິມ ທີ່​ຖືສັນຊາດ New Zealand ນັ້ນ.

ພວກ​ຜູ້​ຊາຍ​ທັງ​ສອງ​ຄົນ​ນີ້​ຖືກ​ກ່າວ​ຫາ​ວ່າ ​ໄດ້​ທໍາ​ການ​ພົບ​ປະ​ແລະ​ໄດ້​ຮັບ​ຄໍາ​ແນະ​ນໍາ​ຕ່າງໆ​ຈາກ​ສາຍ​ລັບ​ເກົາຫຼີ​ເໜືອ​ຄົນ​ນຶ່ງ​ໃນ​ເມືອງ Dan-Dong ຂອງ​ຈີນ​ ຊຶ່ງ​ຕັ້ງ​ຢູ່​ຕິດ​ກັບຊາຍ​ແດນ​ຂອງ​ເກົາຫຼີ​ເໜືອ.

​ເວລາ​ນີ້​ຕໍາຫຼວດ​ກໍາລັງ​ທໍາ​ການ​ສືບສວນ​ສອບ​ສວນ​ວ່າ​ ພວກ​ຜູ້​ຊາຍສອງ​ຄົນ​ນີ້​ໄດ້​ສົ່ງ​ອຸບປະກອນ​ ຫຼື​ຂ່າວ​ລັບ​ໃດ​ແດ່ ໃຫ້​ສາຍ​ລັບ​ເກົາຫຼີ​ເໜືອ​ ທີ່​ສາມາດນໍາ​ໃຊ້​ໃນ​ການ​ໂຈມ​ຕີ​ລະບົບ​ຄອມ​ພີ​ວ​ເຕີຂອງ​ເກົາຫຼີ​ໃຕ້​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້.

​ໃນ​ຕົ້ນ​ເດືອນ​ນີ້ ກຸງ​ໂຊນ​ໄດ້​ກ່າວ​ຫາ​ກຸງ​ພຽງ​ຢ້າງ​ວ່າ ​ໄດ້​ສົງ​ສັນຍານລົບ​ກວນ​ລະ​ບົບ GPS ທີ່​ໄດ້ສົ່ງຜົນ​ກະທົບຕໍ່​ພວກ​ເຮືອບິນ​ແລະ​ກໍາ​ປັ່ນຫຼາຍ​ຮ້ອຍ​ລໍາ​ ທີ່​ເກົາຫຼີ​ໃຕ້​ນັ້ນ.

ລັດຖະບານ​ກຸງ​ພຽງ​ຢ້າງ​ປະຕິ​ເສດ​ວ່າ​ ຕົນ​ບໍ່​ໄດ້​ສົ່ງ​ສັນຍານ​ເຫຼົ່າ​ນີ້ ຊຶ່ງ​ມີ​ຂຶ້ນ ​ໃນ​ລະຫວ່າງ​ວັນ​ທີ 28 ​ເມສາ ຫາ​ວັນ​ທີ 13 ພຶດສະພາ​ເດືອນ​ນີ້ ຕາມ​ທີ່ໄດ້ມີ​ການ​ກ່າວ​ຫາ.

XS
SM
MD
LG