ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ແລະສະຫະປະຊາຊາດ ພົບປະກັນ


ພວກນາຍທະຫານ ຈາກເກົາຫຼີເໜືອ ແລະກອງບັນຊາການ ສະຫະປະຊາຊາດ ໃນແຫຼມເກົາຫຼີ ພາຍໃຕ້ການນຳພາ ຂອງສະຫະລັດ ໄດ້ພົບກັນ ເປັນເວລາສັ້ນໆ ໃນວັນພະຫັດມື້ນີ້ ເພື່ອສົນທະນາຫາລື ກ່ຽວກັບ ການຈົມກຳປັ່ນລົບ ຂອງເກົາຫຼີໃຕ້ ເມື່ອຕົ້ນປີນີ້.

ໂຄສົກຄົນນຶ່ງ ຂອງກອງບັນຊາການ ສະຫະປະຊາຊາດ ກ່າວວ່າ ທັງ​ສອງ​ຝ່າຍ ໄດ້ພົບພໍ້ກັນ ເປັນເວລາ 90 ນາທີ ທີ່ບ້ານຊາຍແດນ ປັນມຸນຈອມ ແຕ່ບໍ່ໄດ້ໃຫ້ ລາຍລະອຽດໃດໆ. ອົງການຂ່າວຢອນຮັບ ຂອງເກົາຫຼີໃຕ້ ລາຍງານວ່າ ການເຈລະຈາຫາລື ໃນລະດັບພັນເອກ ໃນວັນພະຫັດມື້ນີ້ ແມ່ນແນໃສ່ ພື່ອແຜ້ວທາງ ໃຫ້ມີການພົບປະ ໃນລະດັບທີ່ສູງຂຶ້ນ ພົວພັນກັບ ພວກນາຍພົນ.

ການພົບພໍ້ ທີ່ວ່ານີ້ ຄວນມີຂຶ້ນ ໃນມື້ວັນອັງຄານ ຜ່ານມາ ແຕ່ພຽງຢາງ ໄດ້ຂໍເລື່ອນເວລາ ໃນນາທີສຸດທ້າຍ ໂດຍເວົ້າວ່າ ຕົນຕ້ອງການ ເວລາຕື່ມ ເພື່ອກະກຽມ ກ່ຽວກັບເລື່ອງນີ້.

ການເຈລະຈາຫາລື ທີ່ວ່ານີ້ ແມ່ນເປັນການເຈລະຈາ ເທື່ອທຳອິດ ນັບແຕ່ໄດ້ມີ ການຈົມກຳປັ່ນລົບ CHEONAN ຂອງເກົາຫຼີໃຕ້ ໃນວັນທີ 26 ມີນາ ຜ່ານມາ ທີ່ເຮັດໃຫ້ ທະຫານເຮືອ ຂອງເກົາຫຼີໃຕ້ 46 ຄົນ ເສຍຊີວິດນັ້ນ.

XS
SM
MD
LG