ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງປະຊຸມ ສຸດຍອດ ຄັ້ງທີ 3 ລະຫວ່າງ ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ກຳນົດໃສ່ ກາງ ເດືອນກັນຍາ ນີ້


ຈໍໂທລະພາບ ສະແດງໃຫ້ເຫັນ ພາບຂອງປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ, ຂວາ, ເພື່ອໂຄສະນາ ການເຈລະຈາ ດ້ານການປ້ອງກັນປະເທດ ໃນນະຄອນຫຼວງ ໂໍຊລ ຂອງເກົາຫຼີໃຕ້, ວັນທີ 5 ກັນຍາ 2018.
ຈໍໂທລະພາບ ສະແດງໃຫ້ເຫັນ ພາບຂອງປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ, ຂວາ, ເພື່ອໂຄສະນາ ການເຈລະຈາ ດ້ານການປ້ອງກັນປະເທດ ໃນນະຄອນຫຼວງ ໂໍຊລ ຂອງເກົາຫຼີໃຕ້, ວັນທີ 5 ກັນຍາ 2018.

ບັນດາຜູ້ນຳຂອງເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຈະຈັດກອງປະຊຸມສຸດຍອດ ຄັ້ງທີ 3 ຢູ່ທີ່
ນະຄອນຫຼວງພຽງຢາງ ແຕ່ວັນທີ 18 ຫາວັນທີ 20 ໃນເດືອນກັນຍາ ນີ້.

ທ່ານ ຈູງ ອຶຍ-ຢົງ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງປະທານາທິບໍດີ ເກົາຫຼີໃຕ້
ທ່ານ ມູນ ແຈ-ອິນ ໄດ້ປະກາດວັນຂອງກອງປະຊຸມຢູ່ທີ່ນະຄອນຫຼວງ ໂຊລ ໃນວັນພະຫັດ
ມື້ນີ້ ນຶ່ງວັນຫຼັງຈາກທ່ານໄດ້ນຳພາຄະນະຜູ້ແທນ ໄປຍັງນະ ຄອນຫຼວງຂອງເກົາຫຼີເໜືອ
ເພື່ອສະຫລຸບຂໍ້ຕົກລົງກັນນັ້ນ. ທ່ານ ຈູງ ໄດ້ກ່າວວ່າ ປະທານາທິບໍດີ ມູນ ແລະ ຜູ້ນຳ
ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຈະເພັ່ງເລັງໃສ່ ມາດຕະການສະເພາະເຈາະຈົງຕ່າງໆ
ເພື່ອບັນລຸການປົດອາວຸດນິວເຄລຍ.

ທ່ານ ຈູງ ໄດ້ນຳສົ່ງໜັງສືສະບັບນຶ່ງ ຈາກທ່ານ ມູນ ໄປມອບໃຫ້ທ່ານ ກິມ ເປັນການສ່ວນ
ຕົວ ໃນລະຫວ່າງການເດີນທາງໄປເກົາຫຼີເໜືອ ນັ້ນ.

ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ຫຼື KCNA ໄດ້ອອກຖະແຫລງການ
ສະບັບນຶ່ງ ໃນວັນພະຫັດມື້ນີ້ ໂດຍກ່າວວ່າ ມັນແມ່ນ “ຄວາມຕັ້ງໃຈຂອງ ທ່ານ ກິມ
ຈົງ-ອຶນ ທີ່ຈະກຳຈັດໄພອັນຕະລາຍ ຈາກການຂັດແຍ້ງ ດ້ວຍກຳລັງອາວຸດ ແລະ
ຄວາມໂຫດຮ້າຍຂອງສົງຄາມທັງໝົດ ອອກໄປຈາກແຫຼມເກົາຫຼີ ແລະ ຫັນປ່ຽນຂົງ
ເຂດດັ່ງກ່າວ ໃຫ້ເປັນຂົງເຂດສັນຕິພາບ ໂດຍປາດສະຈາກ ອາວຸດນິວເຄລຍ ແລະ
ປອດຈາກໄພຂົ່ມຂູ່ດ້ວຍອາວຸດນິວເຄລຍ.”

ກອງປະຊຸມສຸດຍອດ ຈະເປັນຄັ້ງທີສາມ ລະຫວ່າງ ທ່ານ ມູນ ແລະ ທ່ານ ກິມ ໃນປີນີ້
ເຊິ່ງທັງສອງຄັ້ງກ່ອນໜ້ານີ້ ໄດ້ຈັດຂຶ້ນຢູ່ບ້ານປານມຸນຈອມ ທີ່ເປັນໝູ່ບ້ານສະຫງົບເສິກ
ຢູ່ເຂດຊາຍແດນ ທີ່ແບ່ງແຍກເກົາຫຼີເໜືອ ທີ່ມີລະບອບຜະເດັດການ ຈາກເກົາຫຼີໃຕ້ ທີ່ມີລະບອບປະຊາທິປະໄຕ.

ການເຈລະຈາ ມີຂຶ້ນທ່າມກາງ ສະພາບການບໍ່ໄປບໍ່ມາທີ່ຮ້ອນແຮງ ລະຫວ່າງ ເກົາຫຼີ
ເໜືອ ແລະ ສະຫະລັດ ກ່ຽວກັບຄວາມຄືບໜ້າຂອງການຍຸຕິໂຄງການນິວເຄລຍ ແລະ
ການພັດທະນາລູກສອນໄຟ ຂອງເກົາຫຼີເໜືອ ເຊິ່ງ ທັງສອງຝ່າຍ ໄດ້ຕົກລົງກັນແລ້ວ
ໃນລະຫວ່າາງ ກອງປະຊຸມທີ່ເປັນປະຫວັດການ ເມື່ອເດືອນເມສາຜ່ານມາ ລະຫວ່າງ
ທ່ານ ກິມ ຈົງ-ອຶນ ແລະ ປະທານາທິບໍດີ ດໍໂນລ ທຣຳ ຢູ່ທີ່ປະເທດສິງກະໂປ.

ສະພາບການທີ່ບໍ່ໄປບໍ່ມາດັ່ງກ່າວ ເຮັດໃຫ້ປະທານາທິບໍດີ ທຣຳ ຍົກເລີກ ການເດີນທາງ
ໄປເກົາຫຼີເໜືອ ຂອງລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມ ພຽວ ເມື່ອເດືອນ
ແລ້ວນີ້.

ແຕ່ທ່ານ ຈູງ ອຶຍ-ຢົງ ກ່າວຕໍ່ພວກນັກຂ່າວວ່າ ທ່ານກິມເວົ້າວ່າຄວາມເຊື່ອໝັ້ນຂອງທ່ານ
ນຳໂຕ ທ່ານທຣຳ ແມ່ນຍັງ “ບໍ່ປ່ຽນແປງ” ແລະ ຍັງແນໃສ່ ທັງການເປັນປະເທດ ທີ່ປອດ
ອາວຸດນິວເຄລຍ ແລະ ຍຸຕິການເປັນປໍລະປັກລະຫວ່າງພຽງຢາງແລະວໍຊິງຕັນນຳດ້ວຍ
ກ່ອນທີ່ສະໄໝດຳລົງຕຳແໜ່ງຂອງທ່ານທຣຳຈະໝົດລົງໃນເດືອນມັງກອນ ປີ 2021.

ປະທານາທິບໍດີທຣຳ ໄດ້ກ່າວຕອບທາງທວີດເຕີໃນວັນພະຫັດມື້ນີ້ວ່າ “ທ່ານ ກິມ ຈົງ-ອຶນ
ແຫ່ງເກົາຫຼີເໜືອປະກາດວ່າ ມີຄວາມເຊື່ອໝັ້ນແບບບໍ່ມີການປ່ຽນແປງ ຕໍ່ປະທານາ
ທິບໍດີ ທຣຳ. ຂອບໃຈ ຕໍ່ປະທານກິມ. ພວກເຮົາຈະເຮັດໃຫ້ມັນ ສຳເລັດລຸລ່ວງ
ຮ່ວມກັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG