ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີໃຕ້ ຂໍຮ້ອງ ບໍ່ໃຫ້ ພຽງຢາງ ຍົກເລີກ ການເຕົ້າໂຮມ ຄອບຄົວ ທີ່ພັດພາກ (ວີດີໂອ)


Park Geun-hye Urges North not to Cancel Reunions
please wait

No media source currently available

0:00 0:01:07 0:00
ລິງໂດຍກົງ
ປະທານາທິບໍດີເກົາຫຼີໃຕ້ຮຽກຮ້ອງບໍ່ໃຫ້ເກົາຫຼີເໜືອຍົກເລີກການ
ຕົກລົງ ທີ່ຈະເປັນເຈົ້າພາບ ຈັດການພົບພໍ້ ລະຫວ່າງບັນດາຄອບ
ຄົວທີ່ໄດ້ພັດພາກຈາກກັນ ໃນປາງສົງຄາມເກົາຫຼີ.

ປະທານາທິບໍດີ Park Geun-hey ກ່າວຕໍ່ກອງປະຊຸມເຈົ້າໜ້າທີ່
ປ້ອງກັນປະເທດ ທີ່ກຸງໂຊລ ໃນວັນສຸກມື້ນີ້ວ່າ ເກົາຫຼີເໜືອບໍ່ຄວນ
ສ້າງຄວາມເຈັບປວດ ໃຫ້ແກ່ບັນດາຄອບຄົວ ທີ່ໄດ້ພັດພາກຈາກ
ກັນຕື່ມອີກ. ທັງສອງຝ່າຍໄດ້ຕົກລົງກັນໃນປີແລ້ວນີ້ວ່າ ຈະຈັດໃຫ້ ບັນດາຄອບຄົວທີ່ພັດພາກຈາກກັນ ພົບພໍ້ກັນຄືນອີກ ແຕ່ເກົາຫລີ
ເໜືອໄດ້ຍົກເລີກ ໃນນາທີສຸດທ້າຍ ໂດຍກ່າວອ້າງໃນອັນທີ່ເກົາຫຼີ
ເໜືອເອີ້ນວ່າ ການເປັນປໍລະປັກ ຂອງເກົາຫຼີໃຕ້.

ພຽງຢາງໄດ້ຂົ່ມຂູ່ ໃນວັນພະຫັດວານນີ້ວ່າ ຈະຍົກເລີກການພົບພໍ້ຂອງຄອບຄົວທີ່ພັດພາກ ທີ່ຕົນຫາກໍໄດ້ປະກາດໄປນັ້ນ ຖ້າຫາກກຸງໂຊລແລະວໍຊິງຕັນຍັງດຳເນີນການຕໍ່ໄປ ໃນການ ຊ້ອມລົບຮ່ວມທາງທະຫານ ຄັ້ງຈະມານີ້.

ການຂົ່ມຂູ່ດັ່ງກ່າວ ມີຂຶ້ນນຶ່ງມື້ ຫລັງຈາກພຽງຢາງແລະກຸງໂຊລໄດ້ຕົກລົງກັນທີ່ຈະຈັດການ ພົບພໍ້ກັນຂຶ້ນໃນທ້າຍເດືອນນີ້ລະຫວ່າງຄອບຄົວທີ່ພັດພາກຈາກກັນໃນປາງສົງຄາມເກົາຫຼີ ເມື່ອຊຸມປີ 1950.

ຢູ່ໃນລາຍການໂທລະພາບຂອງລັດຖະບານໃນມື້ວັນພະຫັດວານນີ້ ໄດ້ມີການອ້າງຄຳເວົ້າ ຂອງຄະນະກໍາມາທິການປ້ອງກັນປະເທດເກົາຫລີເໜືອ ທີ່ກ່າວວ່າ ການຊ້ອມລົບ ແມ່ນບໍ່ ສອດຄ່ອງກັບການປັບປຸງຄວາມສໍາພັນ ລະຫວ່າງສອງເກົາຫລີເລີຍ.​
XS
SM
MD
LG